ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ ພັດ​ທະ​ນາ​ສຳ​ເລັດ​ເຄື່ອງ​ມືກວ​ດ​ວິ​ໄຈ​ຫາ​ເຊື້ອ ແລະ ​ບົ່ງ​ມະ​ຕິ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 ທີ່​ນຳ​ໃຊ້​ບັນ​ຍາ​ປະ​ດິດ

(VOVWORLD) -ຕາມການຕີລາຄາຂອງບັນດາທ່ານໝໍຢູ່ ສູນສາທາລະນະສຸກ ເມືອງກີ່ແອງ - ແຂວງຮ່າຕິງ ແລ້ວ, AI ໄດ້ຊ່ວຍເຫຼືອບັນດາທ່ານໝໍ ຕິດຕາມອາການພະຍາດຂອງ ຜູ້ຕິດເຊື້ອໃນແຕ່ລະວັນ, ຢັ້ງຢືນຢ່າງຈະແຈ້ງວ່າ ການແຜ່ລາມຂອງໂລກລະບາດໂຄວິດ - 19 ຄືແນວໃດ, ຢັ້ງຢືນບັນດາຄວາມເຈັບປວດເລັກນ້ອຍທີ່ຫາຍາກ.
ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ ພັດ​ທະ​ນາ​ສຳ​ເລັດ​ເຄື່ອງ​ມືກວ​ດ​ວິ​ໄຈ​ຫາ​ເຊື້ອ ແລະ ​ບົ່ງ​ມະ​ຕິ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 ທີ່​ນຳ​ໃຊ້​ບັນ​ຍາ​ປະ​ດິດ - ảnh 1DrAid ຊ່ວຍເຫຼືອທ່ານໝໍໃນການປິ່ນປົວພະຍາດໃຫ້ແກ່ຜູ້ຕິດເຊື້ອ ໂຄວິດ - 19 (ພາບ: laodong.vn)

DrAid ໃຫ້ແກ່ໂຄວິດ - 19, ແມ່ນຜະລິດຕະພັນທີ່ນຳໃຊ້ ບັນຍາປະດິດ (AI) ຂອງບໍລິສັດຫຸ້ນສ່ວນ VinBrain (ຂຶ້ນກັບກຸ່ມບໍລິສັດ Vingroup), ເຊິ່ງສະພາວິທະຍາສາດ ກະຊວງສາທາລະນະສຸກ ຫາກໍ່ກວດຮັບ  ແລະ ພິເສດ ໄດ້ຢຶນສະເໜີແນະໝູນໃຊ້ເຂົ້າຊີວິດປະຈຳວັນໂດຍໄວ ຢູ່ບັນດາໂຮງຮຽນ ໃນໄລຍະເກີດໂລກລະບາດໂຄວິດ - 19 ພວມແຜ່ລະບາດໃນປັດຈຸບັນ. ນີ້ໄດ້ຮັບຖືວ່າ ເຄື່ອງມືໜູນຊ່ວຍການກວດວິໄຈຫາເຊື້ອ ແລະ ບົ່ງມະຕິພະຍາດໃໝ່ທີ່ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການເປັນເຈົ້າການສຳຮອງໃນການກະກຽມປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.

ຕາມການຕີລາຄາຂອງບັນດາທ່ານໝໍຢູ່ ສູນສາທາລະນະສຸກ ເມືອງກີ່ແອງ - ແຂວງຮ່າຕິງ ແລ້ວ, AI ໄດ້ຊ່ວຍເຫຼືອບັນດາທ່ານໝໍ ຕິດຕາມອາການພະຍາດຂອງ ຜູ້ຕິດເຊື້ອໃນແຕ່ລະວັນ, ຢັ້ງຢືນຢ່າງຈະແຈ້ງວ່າ ການແຜ່ລາມຂອງໂລກລະບາດໂຄວິດ - 19 ຄືແນວໃດ, ຢັ້ງຢືນບັນດາຄວາມເຈັບປວດເລັກນ້ອຍທີ່ຫາຍາກ.

ດ້ວຍຄວາມສາມາດໃນການແກ້ໄຂບັນຫາໂຄວິດ - 19 ນີ້, ປັດຈຸບັນ DrAid ໃຫ້ແກ່ ໂຄວິດ - 19 ແມ່ນໂປແກຼມທີ່ນຳໃຊ້ບັນຍາປະດິດ ທຳອິດ ແລະ ອັນໜຶ່ງດຽວຢູ່ ຫວຽດນາມ ເຊິ່ງສະພາວິທະຍາສາດ ກະຊວງສາທາລະນະສຸກ ກວດກາ ແລະ ສະເໜີແນະນຳເຂົ້າຂັ້ນຕອນບົ່ງມະຕິພະຍາດ ແລະ ປິ່ນປົວ ໂລກລະບາດໂຄວິດ - 19 ຢູ່ບັນດາໂຮງໝໍໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ