ທ່ານ ຫງວຽນທ້ຽນເຍີນຕ້ອນຮັບຫົວໜ້າຄະນະຜູ້ແທນຂອງບັນດາ
ອົງການຕາງໜ້າການທູດຂອງ ຫວຽດນາມ ປະຈຳຕ່າງປະເທດ
(vovworld) – ຕອນເຊົ້າວັນທີ 24/8 ຢູ່ຮ່າໂນ້ຍ, ທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຫົວໜ້າຄະນະຜູ້ແທນຂອງບັນດາອົງການຕາງໜ້າການທູດຂອງ ຫວຽດນາມ ປະຈຳຕ່າງປະເທດ ເນື່ອງໃນໂອກາດຮັບໜ້າທີ່ປະຕິບັດງານອາຍຸການ 2015 – 2018. ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ: ບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ສຸມໃສ່ຍູ້ແຮງວຽກງານຊອກຫາ, ເປີດກ້ວາງຕະຫລາດສົ່ງອອກສິນຄ້າ, ຜະລິດຕະພັນຂອງ ຫວຽດນາມ, ຮຽກຮ້ອງໃຫ້ສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອໜູນຊ່ວຍການພັດທະນາເສດຖະກິດຂອງປະເທດຊາດ; ມານະພະຍາຍາມໃຫ້ຂໍ້ມູນຂ່າວສານກ່ຽວກັບການປະຕິບັດປະຊາທິປະໄຕຂອງ ຫວຽດນາມ ໃນບັນດາຂົງເຂດ ການເມືອງ, ສາສະໜາ, ສິດທິມະນຸດ. ພ້ອມກັນນັ້ນ, ບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ຕ້ອງດຶງດູດການປະກອບສ່ວນຈາກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ສ້າງຖັນແຖວຫລັກແຫລ່ງໃນປະຊາຄົມຊາວ ຫວຽດນາມ ຢູ່ແຕ່ລະເຂດແຄ້ວນ, ແຕ່ລະປະເທດ; ໜູນຊ່ວຍຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສ້າງການດຳລົງຊີວິດເປັນປົກກະຕິ, ປະຕິບັດວຽກງານປົກປ້ອງຊາວ ຫວຽດນາມ ເປັນຢ່າງດີ, ນຳສຽງເວົ້າຂອງພໍ່ແມ່ຊາວຫວຽດນາມອາໄສຢູ່ຕ່າງປະເທດມາສູ່ພັກ, ລັດ. ຜ່ານນັ້ນ, ປະກອບສ່ວນສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ເສີມຂະຫຍາຍກຳລັງແຮງຍຸດສະໄໝເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ກ່ຽວກັບບັນຫາຊາວ ຫວຽດນາມ ຢູ່ຕ່າງປະເທດ, ທ່ານ ຫງວຽນທ້ຽນເຍີນ ຖືວ່າ:
“ ປະຊາຄົມຊາວ ຫວຽດນາມ ຢູ່ບັນດາປະເທດມີການເຄື່ອນໄຫວທີ່ດີ ຊຶ່ງພວກເຂົາກໍ່ແມ່ນເອກອັກຄະລັດຖະທູດບໍ່ສະເພາະກິດຂອງປະເທດເຮົາຢູ່ຕ່າງປະເທດ. ປະຊາຄົມຊາວ ຫວຽດນາມ ນັບພັນນັບແສນຄົນພວມອາໄສຢູ່ຕ່າງປະເທດ ພວກເຂົາຍາມໃດກໍຕາງໜ້າໃຫ້ປະເທດເຮົາ ເຮັດໃຫ້ປະເທດປະຈຳຖິ່ມເຂົ້າໃຈ ຫວຽດນາມ. ເພາະສະນັ້ນ, ເລື່ອງສ້າງຖັນແຖວຫຼັກແຫຼ່ງໃນປະຊາຄົມຕ່າງປະເທດແມ່ນສຳຄັນທີ່ສຸດ. ”
ໂດຍຕ່າງໜ້າບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ຮັບໜ້າທີ່ປະຕິບັດງານຄັ້ງນີ້, ທ່ານ ດ່ວານຊວນຮືງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ໃຫ້ຮູ້ວ່າ: ບັນດາ ເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ເປັນກຽດ ແລະ ກຳນົດຄວາມຮັບຜິດຊອບອັນໃຫຍ່ຫລວງ, ປາດຖະໜາເຮັດສຳເລັດໜ້າທີ່ໄດ້ຮັບມອບໝາຍຈາກພັກ, ລັດ ແລະ ກະຊວງການຕ່າງປະເທດ. ປະກອບສ່ວນການປັບປຸງສາຍພົວພັນທາງການທູດ, ຍົກສູງພາບພົດ, ທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ.