ເຜີຍແຜ່ລັດຖະທຳມະນູນໃຫ້ຜູ້ມີຍົດຖາບັນດາສັກ,ນັກບວດ
ພາບປະກອບ
(vovworld) – ຕອນເຊົ້າວັນທີ 13/1, ຢູ່ນະຄອນ ໂຮ່ຈີມິນ, ຄະນະສາສະໜາລັດຖະບານໄດ້ຈັດຕັ້ງກອງປະຊຸມ “ແນະນຳລັດຖະທຳມະນູນ ປີ 2013 ໃຫ້ຜູ້ມີຍົດຖາບັນດາສັກ, ນັກບວດ” ຢູ່ບັນດາແຂວງ, ນະຄອນທາງພາກໃຕ້. ທີ່ກອງປະຊຸມ, ຜູ້ມີຍົດຖາບັນດາສັກ, ນັກບວດເກືອບ 100 ອົງ ໄດ້ຮັບຟັງແນະນຳບັນດາເນື້ອໃນພື້ນຖານຂອງລັດຖະທຳມະນູນປີ 2013 ທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາ ແລະ ມີຜົນສັກສິດນັບແຕ່ວັນທີ 1/1/2014. ລັດຖະທຳມະນູນສະບັບນີ້ໄດ້ຮັບການກໍ່ສ້າງຢ່າງມີປະຊາທິປະໄຕ, ສຸມໃສ່ພຸມປັນຍາຂອງທົ່ວປວງຊົນດ້ວຍຄຳເຫັນປະກອບຂອງເກືອບ 26 ລ້ານເທື່ອຄົນ, ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມສູງລະຫວ່າງແນວຄິດຂອງພັກຈິດໃຈຂອງປະຊາຊົນ. ລັດຖະທຳມະນູນມີຫຼາຍຈຸດໃໝ່, ສຳຄັນ. ຢັ້ງຢືນປະຊາຊົນເປັນເຈົ້າຂອງ “ສິດສ້າງລັດຖະທຳມະນູນ”. ເປັນຄັ້ງທຳອິດ, ທີ່ລັດຖະທຳມະນູນໄດ້ຈຳແນກຢ່າງລະອຽດ ສິດທິມະນຸດ ແລະ ສິດຂອງພົນລະເມືອງ, ແລະທັງ 2 ສິດດັ່ງກ່າວລ້ວນແຕ່ໄດ້ຮັບການ “ຮັບຮອງ, ເຄົາລົບ, ຮັກສາ, ຮັບປະກັນຈາກລັດ”. ລັດຖະທຳມະນູນກໍ່ກຳນົດວ່າບັນດາສາສະໜາມີຄວາມສະເໝີພາບຕໍ່ກົດໝາຍ ແລະ ລັດເຄົາລົບ, ປົກປ້ອງສິດເສລີໃນການເຫຼື້ອມໃສ. ບັນດາຜູ້ມີຍົດຖາບັນດາສັກ, ນັກບວດ ຕີລາຄາສູງເນື້ອໃນຂອງລັດຖະທຳມະນູນປີ 2013 ແລະ ຈະສຸມໃສ່ຄົ້ນຄ້ວາຕື່ມເພື່ອເຜີຍແຜ່ບັນດາເນື້ອໃນພື້ນຖານ, ແນວຄິດ, ຈິດໃຈຂອງລັດຖະທຳມະນູນເຖິງບັນດາສາສະນິກກະຊົນຂອງສາສະໜາຕ່າງໆ.