ເພີ່ມທະວີການຄຸ້ມຄອງລັດໃນວຽກງານຫຼຸດຜ່ອນຄວາມທຸກຍາກ

ເພີ່ມທະວີການຄຸ້ມຄອງລັດໃນວຽກງານຫຼຸດຜ່ອນຄວາມທຸກຍາກ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 23/04, ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ຟັງຮ່າງບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ໝາກຜົນ​ແຫ່ງການ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005 – 2012. ບັນດາ​ຄຳ​ເຫັນ​ໄດ້​ຕີ​ລາຄາ​ສູງ​ຜົນສຳ​ເລັດ​ຂອງ​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​, ຢືນຢັນ​​ແນວ​ທາງ, ທັດສະນະທະລຸລົງຂອງ​ພັກ, ຖື​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາ​ກ​​ແມ່ນ​ບຸລິມະສິດອັນ​ດັບ​ໜຶ່ງ​ຂອງ​ພັກ, ລັດ, ອຳນາດ​ການ​ປົກຄອງຂັ້ນ​ຕ່າ​ງໆ, ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ, ບັນດາ​ວິ​ສາ​ຫະກິດ, ວົງຄະນະຍາດ​ຊຸມ​ຊົນ ​ແລະ ຄົນ​ທຸກ​ຍາກ​ເອງ. ໝາກຜົນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນ​ຈຸດໝາຍ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ໝັ້ນຄົງ, ຮັບປະກັນ​ຊີວິດ​ສັງຄົມ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ປະຊາຊົນ​ເຂດ​ຫ່າງ​ໄກ​ສອກ​ຫຼີກ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ປະຊາຊົ​ນ​ບັນດາເຜົ່າ​ສ່ວນ​ໜ້ອຍ. ບົນ​ພື້ນຖານ​ບົດ​ລາຍ​ງານ​ໝາກຜົນ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາ​ກ​ໄລ​ຍະ 2005 – 2012, ມີຫຼາຍຄຳ​ເຫັນສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ປະກາດ​ມະຕິ​ກ່ຽວ​ກັບ​ການ “ຍູ້​ແຮງ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ຫຼຸດຜ່ອນ​ຄວາມທຸ​ກຍາກ​ໄລ​ຍະ 2005 - 2020”, ສຸມ​ໃສ່​ເຂົ້າ​ໃນ​ການ​ກຳນົດ​ທິດ​ປັບປຸງ​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼັງ​ປີ 2015, ​ໃຫ້​ບຸລິມະສິດ​ຮັບ​ປະກັນ​ແຫຼ່ງກຳລັງ​ທີ່​ມີ​ຕໍ່​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​​ລັດ, ຈັດ​ແບ່ງວຽກງານ, ​ແບ່ງ​ຂັ້ນ​ໜ້າ​ທີ່​ຮັບຜິດຊອບ​ຢ່າງ​ລະອຽດ, ປ່ຽນ​ໃໝ່​ກົນ​ໄກ​ບໍລິຫານ ​ແລະ ສຳ​ເລັດສ້າງກອບມາດຖານຕີ​ລາຄາ​ປະສິດທິ​ຜົນ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ