ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງຊີ້ນຳກອງປະຊຸມ
ພາບ:ອິນເຕີແນັດ
|
(vovworld)- ວັນທີ 9/1 ຢູ່ ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດ ກ່ຽວກັບການສະຫລຸບວຽກງານປີ 2016, ຜັນຂະຫຍາຍແຜນການປີ 2017 ຂອງຂະແຫນງຊັບພະຍາກອນ ແລະ ສິ່ງແວດລ້ອມ. ຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ສະເຫນີ: ປີ 2017 ຂະແຫນງຊັບພະຍາກອນ ແລະ ສິ່ງແວດລ້ອມ ເພີ່ມທະວີການຄວບຄຸມແຫ່ງລັດກ່ຽວກັບຂົງເຂດຊັບພະຍາກອນສິ່ງແວດລ້ອມ. ສຳຫລວດກວດຄືນບັນດາຍຸດທະສາດ, ການວາງແຜນກຳນົດ, ແຜນການກ່ຽວກັບຊັບພະຍາກອນ ແລະ ສິ່ງແວດລ້ອມ. ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ໃສ່ໃຈ: ຂະແຫນງຊັບພະຍາກອນ ສິ່ງແວດລ້ອມ ສ້າງແຜນຮ່າງຕ້ານມົນລະພິດສິ່ງແວດລ້ອມ ອາກາດ ຢູ່ບັນດາຕົວເມືອງໃຫຍ່, ເປັນຕົ້ນແມ່ນຢູ່ ນະຄອນຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມີນ.