ກອງປະຊຸມສູນກາງພັກຄັ້ງທີ 4
ພາບ:chinhphu.vn
|
(vovworld)- ວັນທີ 30/10, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ປະກາດໃຊ້ມະຕິກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບການເພີ່ມທະວີການກໍ່ສ້າງ, ປັບປຸງພັກ; ສະກັດກັ້ນ, ຍູ້ການເສື່ອມທາດຂາດຄຸນກ່ຽວກັບດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ການຫັນປ່ຽນດ້ວຍຕົນເອງ” ພາຍໃນພັກໃຫ້ຖອຍໄປ. ມະຕິ ເພື່ອແກ້ໄຂບັນດາຄວາມອ່ອນດ້ອຍໃນວຽກງານພະນັກງານ ແລະ ຄຸ້ມຄອງພະນັກງານ; ສ້າງຖັນແຖວພະນັກງານ, ສະມາຊິກພັກ,ເປັນຕົ້ນແມ່ນພະນັກງານການນຳ, ຄຸ້ມຄອງທຸກຂັ້ນໃຫ້ມີຄຸນນະທາດດ້ານການເມືອງຢ່າງໝັ້ນແກ່ນ, ມີຄຸນສົມບັດ, ຄວາມຮັບຜິດຊອບ, ກຳລັງຄວາມສາມາດ.ມະຕິກໍຊີ້ແຈ້ງວ່າວ່າ: ຕ້ອງສຸມໃສ່ການຊີ້ນຳນຳພາ, ຍົກສູງຄວາມຮັບຮູ້ໃນທົ່ວພັກກ່ຽວກັບຄວາມໝາຍ, ບົດບາດ, ຄວາມສຳຄັນ ແລະ ຄວາມຈຳເປັນຂອງການຮ່ຳຮຽນ, ຄົ້ນຄ້ວາ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະ ພັດທະນາລັດທິ ມາກເລນີນ, ແນວຄິດໂຮ່ຈິມີນ. ມະຕິ ກໍຮຽກຮ້ອງ ຕ້ອງເສີມຂະຫຍາຍບົດບາດ, ຍົກສູງຄວາມຮັບຜິດຊອບຂອງບັນດາອົງການສື່ມວນຊົນ, ອົງການຄຸ້ມຄອງສື່ມວນຊົນໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານການເສື່ອມທາດຂາດຄຸນ, ອາດຍາສິດ, ການສໍ້ຫລາດບັງຫລວງ, ການຟຸມເຟືອຍ, ການຫຍໍ້ທໍ້ “ການຜັນແປດ້ວຍຕົນເອງ”, “ການຫັນປ່ຽນດ້ວຍຕົນເອງ”. ມະຕິກໍຮຽກຮ້ອງການນຳ, ສະມາຊິກພັກຢູ່ທຸກຂັ້ນເປັນເຈົ້າການໃນການກະກຽມບັນດາວິທີການ, ມາດຕະການລະອຽດ, ໃກ້ຊິດຕິດແທດກັບສະພາບການ, ສ້າງທິດສະດີອັນແຫລມຄົມເພື່ອຕໍ່ສູ້, ຄັດຄ້ານ ບັນດາທັດສະນະຜິດພາດ, ຖ້ອຍທຳນອງເສກສັນປັ້ນແຕ່ງຂອງບັນດາອິດທິກຳລັງເປັນປໍລະປັກ, ປະຕິການ, ພວກສວຍໃຊ້ໂອກາດ ແລະ ຂັດເຄືອງດ້ານການເມືອງຕ້ານທຳລາຍພັກ, ລັດ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຢ່າງມີປະສິດທິຜົນ.
ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ມີຄວາມເຊື່ອໝັ້ນຕໍ່ມູນເຊື້ອປະຕິວັດອັນສະຫງ່າລາສີ ແລະ ທາດແທ້ອັນດີງາມຂອງພັກ, ສະຕິລະວັງຕົວຂອງພະນັກງານ, ສະມາຊິກພັກແຕ່ລະຄົນ, ແບບຢ່າງຂອງການນຳ, ຫົວຫນ້າທຸກຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະຫນັບສະຫນູນຈາກປະຊາຊົນ, ແນ່ນອນວ່າ ທົ່ວພັກ ຈະປະຕິບັດຄາດໝາຍ, ຫນ້າທີ່ຂອງມະຕິຢ່າງມີໄຊເພື່ອໃຫ້ພັກກອມມູນິດຫວຽດນາມ ມີຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງ ແລະ ແນວຄິດຢ່າງແທ້ຈິງ, ມີຄວາມເປັນເອກະພາບສູງກ່ຽວກັບເຈດຈຳນົງ ແລະ ການກະທຳ, ມີຄວາມປອດໃສກ່ຽວກັບຄຸນສົມບັດ ແລະ ແບບແຜນການດຳລົງຊີວິດ, ການຈັດຕັ້ງຢ່າງເຄັ່ງຄັດ, ມີກຳລັງແຮງຢ່າງພຽງພໍເພື່ອນຳປະເທດຊາດນັບມື້ນັບພັດທະນາ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.