ເພີ່ມ​ທະ​ວີ​ການ​ດຶງ​ດູດ​​ນັກລົງ​ທຶນ​ຈາກ ອາ​ຣັບ​ບີ ຊະ​ອຸ​ດິ ເຂົ້າ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ

(VOVWORLD) -ສອງຝ່າຍເຫັນດີໃຫ້ບຸລິມະສິດຊຸກຍູ້ບາງຂົງເຂດຮ່ວມມືຄື: ສືບຕໍ່ຊຸກຍູ້ການຄ້າສອງຝ່າຍ; ເພີ່ມທະວີການດຶງດູດນັກລົງທຶນຈາກ ອາຣັບບີ ຊະອຸດິ ເຂົ້າມາລົງທຶນຢູ່ ຫວຽດນາມ; ສ້າງກອບນິຕິກຳທີ່ຈຳເປັນໃຫ້ສຳເລັດໂດຍໄວ; ເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ, ໄຟຟ້າ, ນ້ຳມັນອາຍແກັດ, ພະລັງງານຜະລິດຄືນໃໝ່…. ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃຫ້ເຂົ້າສູ່ລວງເລິກ ແລະ ແທດຈິງ.

        ຕອນບ່າຍວັນທີ 7 ເມສາ, ກອງປະຊຸມຄັ້ງທີ 4 ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ ແລະ ອາຣັບບີ ຊະອຸດິ ຖືກຈັດຂຶ້ນຜ່ານທາງອອນລາຍ ຢູ່ ຮ່າໂນ້ຍ ແລະ Riyald. ໃນວາລະປະຊຸມຄົບຄະນະ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ກາວກວັກຮຶງ ເນັ້ນໜັກວ່າ:

        “ໃນສະພາບການທີ່ເສດຖະກິດ - ສັງຄົມຂອງສອງປະເທດມີບັນດາບາດກ້າວພັດທະນາໃໝ່ ແລະ ທັງສອງພື້ນຖານເສດຖະກິດ ຫວຽດນາມ - ອາຣັບບີ ຊະອຸດິ ຍິ່ງມີຄວາມສະໜິດຕິດພັນ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກວ່າໃນພື້ນຖານເສດຖະກິດເສດຖະກິດພາກພື້ນ ແລະ ສາກົນນັ້ນ, ພວກຂ້າພະເຈົ້າຖືວ່າ ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອຈັດຕັ້ງກອງປະຊຸມຄັ້ງທີ 4 ນີ້. ໂດຍປະຕິບັດຖືກຕ້ອງຕາມເນື້ອໃນຈິດໃຈ ແລະ ໜ້າທີ່ຂອງ ຄະນະກຳມະການປະສົມ, ໃນກອງປະຊຸມຄັ້ງນີ້ ສອງຝ່າຍ ຈະສຳຫຼວດກວດຄືນສະພາບການຮ່ວມມືໃນບັນດາຂົງເຂດ ແລະ ແລກປ່ຽນ, ປຶກສາຫາລື ເພື່ອພ້ອມກັນຊອກຫາມາດຕະການແກ້ໄຂ, ບັນດາບາດກ້າວເດີນທີ່ເໝາະສົມ ແລະ ມີປະສິດທິຜົນ ໃຫ້ແກ່ການຊຸກຍູ້ການພົວພັນຮ່ວມມືສອງຝ່າຍ”.

ເພີ່ມ​ທະ​ວີ​ການ​ດຶງ​ດູດ​​ນັກລົງ​ທຶນ​ຈາກ ອາ​ຣັບ​ບີ ຊະ​ອຸ​ດິ ເຂົ້າ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ - ảnh 1ຜູ້ຕາງໜ້າສອງຝ່າຍລົງນາມໃນບົດບັນທຶກກອງປະຊຸມ (ພາບ: TTXVN)
       ໃນກອງປະຊຸມຄັ້ງນີ້, ສອງຝ່າຍເຫັນດີໃຫ້ບຸລິມະສິດຊຸກຍູ້ບາງຂົງເຂດຮ່ວມມືຄື: ສືບຕໍ່ຊຸກຍູ້ການຄ້າສອງຝ່າຍ; ເພີ່ມທະວີການດຶງດູດນັກລົງທຶນຈາກ ອາຣັບບີ ຊະອຸດິ ເຂົ້າມາລົງທຶນຢູ່ ຫວຽດນາມ; ສ້າງກອບນິຕິກຳທີ່ຈຳເປັນໃຫ້ສຳເລັດໂດຍໄວ; ເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ, ໄຟຟ້າ, ນ້ຳມັນອາຍແກັດ, ພະລັງງານຜະລິດຄືນໃໝ່…. ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃຫ້ເຂົ້າສູ່ລວງເລິກ ແລະ ແທດຈິງ.

        ກອງປະຊຸມໄດ້ອັດລົງຢ່າງຈົບງາມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຂອງກອງປະຊຸມ ແລະ ເຫັນດີເປັນເອກະພາບວ່າ ຈະຈັດຕັ້ງກອງປະຊຸມຄັ້ງທີ 5 ຄະນະກຳມະການປະສົມ ຫວຽດນາມ - ອາຣັບບີ ຊະອຸດິ ໃນປີ ຢູ່ ອາຣັບບີ ຊະອຸດິ 2023. 

ຕອບກັບ

ຂ່າວ/ບົດ​ອື່ນ