ເພີ່ມທະວີການປະຕິບັດກົດໝາຍບົນທະເລໃນພາກພື້ນອາຊຽນ

(VOVWORLD) -ໃນລະຫວ່າງວັນທີ 18 – 19 ມັງກອນ, ຢູ່ນະຄອນຍາຈາງ, ແຂວງແຄ໋ງຮ່ວາ, ໄດ້ດຳເນີນກອງປະຊຸມສຳມະນາເວທີປາໄສພາກພື້ນອາຊຽນ (ARF) ດ້ວຍຫົວຂໍ້ “ເພີ່ມທະວີການປະຕິບັດກົດໝາຍບົນທະເລ”.

ເພີ່ມທະວີການປະຕິບັດກົດໝາຍບົນທະເລໃນພາກພື້ນອາຊຽນ - ảnh 1 ເພີ່ມທະວີການປະຕິບັດກົດໝາຍບົນທະເລໃນພາກພື້ນອາຊຽນ

(ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວທຳອິດຜັນຂະຫຍາຍຖະແຫຼງການຂອງບັນດາລັດຖະມົນຕີການຕ່າງປະເທດ ARF ກ່ຽວກັບການເພີ່ມທະວີການປະຕິບັດກົດໝາຍບົນທະເລ, ດ້ວຍຈຸດປະສົງແລກປ່ຽນ, ເພີ່ມທະວີການເຈລະຈາ ເພື່ອແນໃສ່ຮັບປະກັນຄວາມສະຫງົບບົນທະເລຢູ່ພາກພື້ນ.

        ກອງປະຊຸມໄດ້ດຳເນີນ 3 ວາລະແລກປ່ຽນ ແລະ ປຶກສາຫາລື, ເຕື້ອງເຖິງບັນດາສິ່ງທ້າທາຍດ້ານປ້ອງກັນຄວາມສະຫງົບຢູ່ພາກພື້ນ ແລະ ຄວາມຈຳເປັນຂອງການເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍບົນທະເລ. ຄຽງຂ້າງນັ້ນແມ່ນກວດກາຄືນບັນດາການຮ່ວມມືປະຕິບັດກົດໝາຍບົນທະເລໃນພາກພື້ນອາຊີ - ປາຊີຟິກ; ຫຼັກການ, ຂອບເຂດ, ມາດຕະການຮ່ວມມືພາກພື້ນລະຫວ່າງບັນດາອົງການປະຕິບັດກົດໝາຍບົນທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ