ເພີ່ມທະວີການປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອຍົກສູງປະສິດທິຜົນດ້ານກະສິກຳ ຫວຽດນາມ

(VOVWORLD) -ກອງປະຊຸມສຳມະນານອນໃນບັນດາລາຍການກອງປະຊຸມສຳມະນາສາກົນກ່ຽວກັບກະສິກຳອັດສະລິຍະ 2021 – 2022 ໂດຍເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ -  ອົດສະຕາລີ (NIC AU) ຈັດຂຶ້ນ
ເພີ່ມທະວີການປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອຍົກສູງປະສິດທິຜົນດ້ານກະສິກຳ ຫວຽດນາມ - ảnh 1(ທີ່ກອງປະຊຸມສຳມະນາ)

ວັນທີ 08 ພຶດສະພາ, ກອງປະຊຸມສຳມະນາສາກົນກ່ຽວກັບກະສິກຳບັນລຸປະສິດທິຜົນສູງຢູ່ ຫວຽດນາມ ປີ 2022 ໄດ້ຈັດຂຶ້ນແບບທາງໄກ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ຫວຽດນາມ, ວິສາຫະກິດເຄື່ອນໄຫວໃນຂົງເຂດກະສິກຳ ແລະ ເຕັກໂນໂລຊີ, ພ້ອມກັບຜູ້ຕາງໜ້າ, ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ. ກອງປະຊຸມສຳມະນາ ນອນໃນບັນດາລາຍການກອງປະຊຸມສຳມະນາສາກົນກ່ຽວກັບກະສິກຳອັດສະລິຍະ 2021 – 2022 ໂດຍເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ -  ອົດສະຕາລີ (NIC AU) ຈັດຂຶ້ນ, ພາຍໃຕ້ການໜູນຊ່ວຍຂອງຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC), ສົມທົບກັບເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງຢູ່ ເອີລົບ, ສ.ເກົາຫຼີ, ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ເຢຍລະມັນ ປະຕິບັດ.

        ເວທີປາໄສແມ່ນແຫຼ່ງຄວາມຮູ້ທີ່ມີຄຸ້ນຄ່າ ແລະ ພຶດຕິກຳຕົວຈິງຫຼາຍຢ່າງໃຫ້ແກ່ວິສາຫະກິດ, ສ່ວນບຸກຄົນ ແລະ ນັກຄຸ້ມຄອງໃນຂົງເຂດກະສິກຳ. ຜູ້ຕາງໜ້າການນຳກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຮຽກຮ້ອງຕ້ອງເພີ່ມທະວີການເຂົ້າຮ່ວມປະກອບຄຳເຫັນຈາກບັນດານັກຊ່ຽວຊານຢູ່ພາຍໃນປະເທດ ແລະ ສາກົນໃຫ້ຫຼາຍກວ່າອີກ, ເພື່ອແນໃສ່ໜູນຊ່ວຍໂດຍກົງໃຫ້ແກ່ວິສາຫະກິດ, ຍົກສູງມູນຄ່າເພີ່ມ  , ຄຸນນະພາບໃຫ້ແກ່ຜະລິດຕະພັນກະເສດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ