ເພີ່ມທະວີການປ່ຽນໃໝ່ ກ່ຽວກັບວຽກງານທິດສະດີ

ເພີ່ມທະວີການປ່ຽນໃໝ່ ກ່ຽວກັບວຽກງານທິດສະດີ - ảnh 1
(​ພາບ:dangcongsan.vn)

 (vovworld)- ຕອນ​ເຊົ້າວັນ​ທີ 20/9, ຢູ່​ຮ່າ​ໂນ້ຍ, ສະຖານ​ບັນ​ການ​ເມືອງ-​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ຈັດ​ກອງ​ປະຊຸມ​ວິ​ທະຍາ​ສາດ​ສະຫລຸບ​ການ​ປະຕິບັດ​ມະຕິ​ເລກທີ 01 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ທິດ​ສະ​ດີ. ພາຍຫຼັງ 20 ປີ​ແຫ່ງ​ການ​ປະຕິບັດມະຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ທິດ​ສະ​ດີ, ສະຖາ​ບັນ​ການ​ເມືອງ-​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ບຳລຸງ​ສ້າງ​ທິດ​ສະ​ດີ​ຂັ້ນກາງ, ຂັ້ນສູງ, ຂັ້ນປະ​ລີ​ນຍາ​ຕີ, ປະ​ລີ​ນຍາ​ໂທ, ປະ​ລີ​ນຍາ​ເອກ​ດ້ານ​ການ​ເມືອງ-​ການ​ປົກຄອງ​ໃຫ້​ພະນັກງານ​ພັກ, ລັດ, ອົງການ​ການ​ເມືອງ​ສັງຄົມ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ນັບ​ໝື່ນໆ​ຄົນ ​ແລະ ພະນັກງານ​ຂອງ​ປະ​ເທດ​ລາວ, ກຳປູ​ເຈຍ, ​ໂມ​ຊຳ​ບິ​ກ...ນັບ​ພັນ​ຄົນ. ກ່ຽວ​ກັບ​ການ​ກຳນົດ​ທິດ​ວຽກ​ງານ​ທິດ​ສະ​ດີ​ຂອງ​ສະ​ຖາ​ບັນ​ຮອດ​ປີ 2020, ​ສາດສະດາຈານ, ດຣ ຕ້າ​ຫງອກ​ເຕິ​ນ, ຜູ້ອຳນວຍການສະຖາ​ບັນ​ການ​ເມືອງ-​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

   “ກ່ຽວ​ກັບ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ທິດ​ສະ​ດີກາ​ນ​ເມືອງ​ແຕ່​ນີ້​ຮອດ​ປີ 2020, ທາງ​ສະຖາບັນຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ນຳພາ​ຂອງຄະນະ​ພັກ, ການ​ຊີ້​ນຳ​ທີ່ໃກ້ຊິ​ດຂອງ​ຄະນະ​ອຳນວຍ​ການ​ສຳລັບ​ວຽກ​ງານ​ທິດ​ສະ​ດີ, ​ເພີ່ມ​ທະວີ​ການ​ແບ່ງ​ຂັ້ນ​ໃຫ້​ບັນດາ​ຫົວໜ່ວຍ​ໃນ​ການ​ເຄື່ອນ​ໄຫວ​ທິດ​ສະ​ດີ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຖັນ​ແຖວ​ນັກຄົ້ນຄ້ວາ, ສິດສອນ​ທິດ​ສະ​ດີ​ຢູ່​ສະ​ຖາ​ບັນ, ມີ​ແຜນການ​ລະອຽດ​ເພື່ອ​ບຳລຸງ​ສ້າງ​ລຸ່ນພະນັກງານ​ໜຸ່ມ, ສ້າງ​ຖັນ​ແຖວ​ທິດ​ສະ​ດີ​ໃນ​ໄລຍະ​ຍາວ​ນານ, ປ່ຽນ​ໃໝ່​ຂໍ້ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ບັນດາ​ການ​ເຄື່ອນ​ໄຫວ​ວິທະຍາສາດ, ວິທີ​ການ​ຕີ​ລາຄາ, ພິຈາລະ​ນະ​ຮັບຮອງ​ຫົວ​ເລື່ອງ ຮັບປະກັນ​ຄຸນ​ນະພາ​ບ, ຫັນ​ໝາກຜົ​ນຄົ້ນຄ້ວາ​ທິດ​ສະ​ດີ​ເປັນ​ວຽກ​ງານ​ຂອງ​ສັງຄົມ“.

 

ຂ່າວ/ບົດ​ອື່ນ