(vovworld)- ໂດຍໄດ້ຮັບຄຳເຊີນຂອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານ ນາຍົກລັດຖະມົນຕີ ສິງກະໂປ ຫລີຊຽນຫລົງ ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 21-24/3. ນີ້ແມ່ນຄັ້ງທີ 3 ທ່ານນາຍົກລັດຖະມົນຕີ ຫລີຊຽນຫລົງ ຢ້ຽມຢາມຫວຽດນາມ ໃນຖານະເປັນນາຍົກລັດຖະມົນຕີ.
ນາຍົກລັດຖະມົນຕີ 2 ທ່ານເປັນສັກຂີພິຍານພິທີລົງນາມເອກະສານບາງສະບັບ
|
ວັນທີ 23/3, ພາຍຫລັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຫລີຊຽນຫລົງ. ການນຳສອງທ່ານໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຊຸກຍູ້ການຮ່ວມມືການເຊື່ອມໂຍງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ສິງກະໂປໃຫ້ເລິກເຊິ່ງຂຶ້ນຕື່ມ. ນາຍົກລັດຖະມົນຕີທັງສອງທ່ານ ໄດ້ຢືນຢັນ ສືບຕໍ່ຊຸກຍູ້ສະພາບແວດລ້ອມດຳເນີນທຸລະກິດສະດວກ, ເພີ່ມທະວີການເຊື່ອມຕໍ່ບັນດາວິສາຫະກິດ. ທ່ານນາຍົກລັດຖະມົນຕີ ສິງກະໂປ ໃຫ້ຄຳໝັ້ນສັນຍາຈະຫນູນຊ່ວຍບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມຕະຫລາດ ແລະລະບົບສະຫນອງທົ່ວໂລກ, ສືບຕໍ່ຫນູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດກໍຄືເຂົ້າຮ່ວມບໍລິການການເງິນຢູ່ຫວຽດນາມ.
ສອງຝ່າຍກໍສຸມໃສ່ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃຫ້ຄຳໝັ້ນສັນຍາຊຸກຍູ້ການຄ້າເສລີ ແລະ ສືບຕໍ່ເຂົ້າຮ່ວມບັນດາຂໍ້ລິເລີ່ມພາກພື້ນ, ຊອກຫາມາດຕະການໃຫ້ສັນຍາຄູ່ຮ່ວມມືຂ້າມປາຊີຟີກ TPP. ນາຍົກລັດຖະມົນຕີທັງສອງທ່ານ ເຫັນດີ ຮັກສາການທາບທາມຄຳເຫັນ ແລະ ຮ່ວມມື ຢ່າງແຫນ້ນແຟ້ນ ນຳກັນ ແລະ ກັບບັນດາປະເທດອື່ນໃນ ອາຊຽນ ເພືື່ອສ້າງ ອາຊຽນ ສາມັກຄີ, ເປັນເອກະພາບ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນການແກ້ໄຂບັນດາບັນຫາຍຸດທະສາດຢູ່ພາກພື້ນ, ພິເສດແມ່ນບັນຫາທະເລຕາເວັນອອກ. ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີ ທັງສອງທ່ານ ໄດ້ເປັນສັກຂິພີຍານພິທີລົງນາມໃນເອກະສານຮ່ວມມືສຳຄັນຫລາຍສະບັບ.
ທີ່ການປະຊຸມຂ່າວພາຍຫລັງການເຈລະຈາ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ຫວຽດນາມ ແລະ ສິງກະໂປລົງນາມໃນເອກະສານຮ່ວມມື 6 ສະບັບ ແມ່ນການສະແດງໃຫ້ເຫັນຜົນສຳເລັດຂອງການຢ້ຽມຢາມສຳຄັນນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ຍົກໃຫ້ເຫັນທັດສະນະຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ.
“ໃນບັນຫາທະເລຕາເວັນອອກ, ພວກຂ້າພະເຈົ້າລ້ວນແຕ່ເຫັນດີວ່າ ຈະກໍ່ສ້າງທະເລຕາເວັນອອກໃຫ້ກາຍເປັນເຂດສັນຕິພາບ, ມິດຕະພາບ, ປະຕິບັດກົດໝາຍສາກົນ, ມີຄວາມເສລີໃນການເດີນເຮືອ, ການບິນ ແລະ ພ້ອມກັນພັດທະນາ.”
ທ່ານນາຍົກລັດຖະມົນຕີ ຫລີຊຽນຫລົງ ຢືນຢັນວ່າ: ການຢ້ຽມຢາມຫວຽດນາມ ຄັ້ງນີ້ແມ່ນບາດກ້າວເດີນໃຫຍ່ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຮງໃນໄລຍະຈະມາເຖິງ. ລັດຖະບານສອງປະເທດຕັດສິນໃຈສ້າງຄວາມສະດວກໃຫ້ບັນດາວິສາຫະກິດ ແລະ ປະຊາຊົນສອງປະເທດໃນການໄປມາລະຫວ່າງສອງປະເທດ.