ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນກວ່າອີກ

(VOVWORLD) -2 ຝ່າຍໄດ້ເຫັນດີຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງເມື່ອມີເງື່ອນໄຂສະດວກ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍແຜນການເຄື່ອນໄຫວຍຸດທະສາດຫວຽດນາມ - ເຢຍລະມັນ ເຊິ່ງໄດ້ຮັບຮອງເອົາເມື່ອປີ 2019 ຢ່າງມີປະສິດທິຜົນ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນກວ່າອີກ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

ໂອ້ລົມທາງໂທລະສັບກັບທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel

(ພາບ: ກະຊວງການຕ່າງປະເທດ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ເຢຍລະມັນ (23 ກັນຍາ 1975 – 23 ກັນຍາ 2020), ຕອນບ່າຍວັນທີ 15 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel. ທີ່ການໂອ້ລົມ, 2 ຝ່າຍໄດ້ເຫັນດີຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງເມື່ອມີເງື່ອນໄຂສະດວກ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍແຜນການເຄື່ອນໄຫວຍຸດທະສາດຫວຽດນາມ - ເຢຍລະມັນ ເຊິ່ງໄດ້ຮັບຮອງເອົາເມື່ອປີ 2019 ຢ່າງມີປະສິດທິຜົນ, ພ້ອມກັນມານະພະຍາຍາມເຮັດໃຫ້ບັນດາການພົວພັນຄູ່ຮ່ວມມືລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ລັດຖະບານເຢຍລະມັນ ສົ່ງເສີມວິສາຫະກິດເຢຍລະມັນ ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ບຸລິມະສິດຄື: ອຸດສາຫະກຳຜະລິດເຄື່ອງຈັກ, ອຸດສາຫະກຳສຳຮອງ, ພື້ນຖານໂຄງລ່າງອັດສະລິຍະ… ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເນັ້ນໜັກວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືກັບເຢຍລະມັນ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ໜູນຊ່ວຍເຊິ່ງກັນແລະກັນໃນຂົງເຂດວັກຊິນ, ພ້ອມທັງສົມທົບກັນຊຸກຍູ້ການແລກປ່ຽນການຄ້າ, ການໄປມາຄືນໃໝ່ ແລະ ຟື້ນຟູເສດຖະກິດຢ່າງມີປະສິດທິຜົນ.

          ໃນຖານະຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020 ແລະ ເຢຍລະມັນ ແມ່ນປະທານໝູນວຽນອີຢູ ໃນໄລຍະ 6 ເດືອນທ້າຍປີ 2020, ຫວຽດນາມ ແລະ ເຢຍລະມັນ ໃຫ້ຄຳໝັ້ນສັນຍາພ້ອມກັນມານະພະຍາຍາມຊຸກຍູ້ການຮ່ວມມື ແລະ ການເຊື່ອມຕໍ່ລະຫວ່າງ 2 ພາກພື້ນ, ມຸ່ງໄປເຖິງຍົກການພົວພັນລະຫວ່າງອີຢູ - ອາຊຽນ ຂຶ້ນສູ່ລະດັບສູງໃໝ່.

          ທ່ານນາງນາຍົກລັດຖະມົນຕີ Angela Merkel ຢືນຢັນວ່າ, ໃນໄລຍະຈະມາເຖິງ ເຢຍລະມັນ ຈະຕັ້ງໜ້າເຂົ້າຮ່ວມຢູ່ພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ ກ່ວາອີກ. ກ່ຽວກັບບັນຫາທະເລຕາເວັນອອກ, ນາຍົກລັດຖະມົນຕີ 2 ທ່ານໄດ້ພ້ອມກັນແລກປ່ຽນ, ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ພ້ອມກັນມານະພະຍາຍາມຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ