ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ນິວຊີແລນ

ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ນິວຊີແລນ - ảnh 1
ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ
ມາ​ຢ້ຽມຢາມ​ນິວຊີ​ແລນ ຢ່າງ​ເປັນ​ທາງ​ການ​

(ພາບ: VGP/Nhật Bắc)
(vovworld) - ວັນ​ທີ19/3, ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແລະ ພັນ​ລະ​ຍາ, ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ມາ​ຢ້ຽມຢາມ​ນິວຊີ​ແລນ ຢ່າງ​ເປັນ​ທາງ​ການ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ສຳນັກງານ​ລັດຖະບານນິວຊີ​ແລນ. ພາຍຫຼັງ​ພິທີ​ຕ້ອນຮັບ, ນາຍົກລັດຖະມົນຕີທັງສອງ​ທ່ານ​ໄດ້​ດຳ​ເນີນ​ການ​ເຈລະຈາ​ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ, ​ເປີດ​ອົກ​ເປີດ​ໃຈ, ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ສ້າງສັນ. ທັງ​ສອງ​ຝ່າຍ​ພ້ອມ​ກັນ​ຕີ​ລາຄາ 40 ປີ​ແຫ່ງ​ການ​ພົວພັນ​ຮ່ວມ​ມື, ພິ​ເສດ​ແມ່ນ​ນັບ​ແຕ່​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ເມື່ອ​ປີ 2009; ພ້ອມ​ທັງ​ເຫັນ​ດີ​ຕໍ່​ວິ​ໄສ​ທັດ​ລວມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປະຈຸ​ບັນ​ເລິກ​ເຊິ່ງກວ່າ​ອີກ. ມຸ່ງ​ໄປ​ເຖິງ​ການ​ຍົກ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າ ​ແລະ ການ​ບໍລິການ​ຂອງ​ສອງ​ປະ​ເທດ​ສຳ​ພັດ​ກັບ​ຕະຫຼາດ​ຂອງ​ກັນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​​ແລະ ທ່ານ​ນາຍົກລັດຖະມົນຕີ John Key ຢືນຢັນ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພ້ອມ​ທັງ​ເຫັນ​ດີ​ຫັນ​ການ​ເຄື່ອນ​ໄຫວ​ພົບ​ປະ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ; ​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ​ໃນ​ທຸກ​ຂົງ​ເຂດ… ນາຍົກລັດຖະມົນຕີທັງສອງ​ກໍ່​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ຮຽກຮ້​ອງຝ່າຍ​ຕ່າງໆ​ແກ້​ໄຂ​ການ​ຂັດ​ແຍ້​ງບົນ​ທະ​ເລ​ດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ​ເຊິ່ງລວມມີສົນທິສັນຍາ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ , ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ ​ແລະ ທ່ານ​ນາຍົກລັດຖະມົນຕີ John Key ​ເຫັນ​ດີ​ວາງ​ຄາດໝາຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ແມ່ນ 1,7 ຕື້ USD ​ໃນ​ປີ 2020; ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຮ່ວມ​ມື​ລົງທຶນ​ໃນ​ຂົງ​ເຂດ​ຕ່າງໆ ​ເຊິ່ງທັງ​ສອງ​ຝ່າຍ​ມີ​ທ່າ​ແຮງ… ນິວຊີ​ແລນ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ​ສຳ​ພັດ​ກັບ​ຕະຫຼາດ​ຂອງ​ນິວຊີ​ແລນ “.

        ສິ້ນ​ສຸດ​ການ​ເຈລະຈາ, ນາຍົກລັດຖະມົນຕີທັງ​ສອງ​ທ່ານ ​ໄດ້ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ນິວຊີ​ແລນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແລະ  ທ່ານ​ນາຍົກລັດຖະມົນຕີ John Key ກໍ່​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ສົນທິສັນຍາ​ປັບປຸງ​ສັນຍາ​ຂົນ​ສົ່ງ​ທາງ​ການບິນ ​ແລະ ຂໍ້​ຕົກລົງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ອາຫານ… ລະຫວ່າງ​ສອງ​ປະ​ເທດ. ນີ້​ແມ່ນພື້ນຖານ​ນິຕິ​ກຳ​ທີ່​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ ​ແລະ ນິວຊີ​ແລນ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສີ​ກຳ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ.

        ຕອນ​ບ່າຍ​ວັນ​ທີ 19/3, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ຮັກສາ​ການ​ນິວຊີ​ແລນ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ນິວຊີ​ແລນ. ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​​ແລະ ບັນດາ​ສະມາຊິກ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມກໍ່​ມີ​ການ​ພົບ​ປະ​, ​ແລກປ່ຽນ ​ແລະ ​ເຮັດ​ວຽກ​ກັບ​ຄູ່​ຮ່ວມ​ມື​ນິວຊີ​ແລ​ນ ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຍູ້​ແຮງ​ການ​ຮ່ວມ​ມື​ຢ່າງ​ລະອຽດ​ໃນ​ທຸກ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ