ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືລະຫວ່າງນະຄອນຮ່າໂນ້ຍແລະນະຄອນເຊີແນວ

ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືລະຫວ່າງນະຄອນຮ່າໂນ້ຍແລະນະຄອນເຊີແນວ - ảnh 1

​ທ່ານ​ ຫງວຽນ​ເທ໋ຖາວ ແລະ ທ່ານນາງ Esther Alder
(ພາບ: ToUyen/TTXVn)

(vovworld) – ​    ​​​​ ​ ວັນ​ທີ 15/9, ຄະນະ​ປະຕິບັດ​ງານ​ນະຄອນ ຮ່າ​ໂນ້ຍ ໂດຍ​ທ່ານ​ ຫງວຽນ​ເທ໋ຖາວ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ນຳ​ໜ້າ, ​ໄດ້ມີ​ການ​ເຮັດ​ວຽກ​ກັບທ່ານນາງ Esther Alder ​ເຈົ້າ​ຄອງ​ນະຄອນ ​ເຊີ​ແນວ, ປະ​ເທດ​ສະ​ວິດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ຮູບ​ຫລາຍ​ແບບ​ລະຫວ່າງ ຮ່າ​ໂນ້ຍ ກັບ​ນະຄອນ ​ເຊີ​ແນວ. 2 ຝ່າຍ ​​ໄດ້ແລກປ່ຽນ​ບັນດາ​ບົດຮຽນ​ກ່ຽວກັບ​ການ​ຄຸ້ມ​ຄອມ​ຕົວ​ເມືອງ, ຄົມມະນາຄົມ​ຕົວ​ເມືອງ, ພິ​ເສດ​​ແມ່ນ​ບັນ​ຫາ​ຮັກສາ​ສິ່ງ​ແວດ​ລ້ອມ, ອະນຸລັກ​ຮັກສາ​ປູຊະນີຍະ​ສະຖານ​ວັດທະນະທຳ​ເກົ່າ​ແກ​່. ທ່ານນາງ Esther Alder​ສະ​ແດງ​ຄວາມ​ສົມ​ໃຈ​ເຖິງ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ນະຄອນ​ໃນ​ສະ​ພາວະ 2 ປະ​ເທດ​ກະກຽມ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີໜ້າ.

        ກ່ອນ​ໜ້າ​ນັ້ນ, ຄະນະ​ປະຕິບັດ​ງານ​ຂອງ​ປະທານ​ນະຄອນ​ ຮ່າ​ໂນ້ຍ ​ໄດ້​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫລວງ Bern ຂອງ ສະ​ວິດ, ພົບ​ປະ​ເຈລະຈາ​ກັບ​ເຈົ້າ​ຄອງ Bern . ຝ່າຍ ສະ​ວິດ ປາດ​ຖະໜາ​ຢາກ​​ໃຫ້ການ​ພົວພັນ​ຮ່ວມ​ມື​ຫລາຍ​ຂົງ​ເຂດ​ລະຫວ່າງ​ນະຄອນ ​ເຊີ​ແນວ, ນະຄອນຫລວງ Bern ​ແລະ ນະຄອນຫລວງ ຮ່າ​ໂນ້ຍ ພັດທະນາ​ຍິ່ງກ່ວາ​ອີກ.

ຂ່າວ/ບົດ​ອື່ນ