ເພີ່ມທະວີການພົວພັນສາມັກຄີແບບພິເສດ,ສະໜິດຕິດພັນໄວ້ເນື້ອເຊື່ອໃຈແລະການຮ່ວມມືຮອບດ້ານຫວຽດນາມ-ລາວ
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ
ພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ບຸນຍັງ ວໍລະຈິດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ຈະໄປຢ້ຽມຢາມສັນຖະວະໄມຕີສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 24 – 26/11/2016. ການຢ້ຽມຢາມສັນຖະວະໄມຕີສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສືບຕໍ່ຢືນຢັນແນວທາງ, ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການພົວພັນກັບ ລາວ; ສຸມໃສ່ປັບປຸງ ເພີ່ມທະວີການພົວພັນຄວາມສາມັກຄີແບບພິເສດ, ສະໜິດຕິດພັນໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນໄລຍະພັດທະນາໃໝ່ຂອງແຕ່ລະພັກ, ແຕ່ລະລັດ; ຢືນຢັນຄວາມສະໜັບສະໜູນຢ່າງແຮງ, ຮອບດ້ານຂອງ ຫວຽດນາມ ສຳລັບພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດ ລາວ. ການຢ້ຽມຢາມຄັ້ງນີ້ 2 ຝ່າຍແລກປ່ຽນແຜນນະໂຍບາຍ, ປະສິດທິຜົນແຫ່ງການຮ່ວມມື ຫວຽດນາມ - ລາວ ໄລຍະ 2016 – 2020 ໃນບັນດາຂົງເຂດຄື: ດ້ານການເມືອງ, ການທູດ, ການປ້ອງການຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກນິກ ແລະ ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ 2 ປະເທດ.