ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ - ຍີ່ປຸ່ນ

ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ - ຍີ່ປຸ່ນ - ảnh 1
ພົນ​ເອກ ​ເຈີ​ນດ້າຍ​ກວາງ​ ຕ້ອນຮັບ​​ທູດ​ພິ​ເສດ​ຍີ່ປຸ່ນ - ຫວຽດນາມ ແລະ
ເອກ​ອັກຄະ​ລັດຖະທູດ​ວິສາມັນຜູ້​ມີອຳນາດ​ເຕັມ ຍີ່ປຸ່ນ ປະຈຳ​ຫວຽດນາມ
(ພາບ: truongtansang.net)


(vovworld) - ວັນ​ທີ 19/06, ຢູ່​ຮ່າ​ໂນ້ຍ, ພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ກະ​ຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ທູດ​ພິ​ເສດ​ຍີ່ປຸ່ນ - ຫວຽດນາມ ທັງ​ເປັນ​​ເອກ​ອັກຄະ​ລັດຖະທູດ​ພິ​ເສດ​ຍີ່ປຸ່ນ - ອາ​ຊຽນ Sugy Ryotaro ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນຜູ້​ມີອຳນາດ​ເຕັມ ຍີ່ປຸ່ນ ປະຈຳ​ຫວຽດນາມ Yasuaki Tanizaki. ທີ່ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ຢືນຢັນ​ວ່າ ຫວຽດນາມ ​ແລະ ຍີ່ປຸ່ນ ມີ​ການ​ພົວພັນ​ມິດຕະພາບ, ມີ​ຫຼາຍຈຸດ​ທີ່​ຄ້າຍຄື​ກັນທາງ​ດ້ານ​ວັດທະນະທຳ. ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ຕີ​ລາຄາ​ສູງ​ບົດບາດ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ Sugy Ryotaro ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ Yasuaki Tanizaki ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ຍີ່ປຸ່ນ ​ເວົ້າ​ລວມ, ລະຫວ່າງ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຍີ່ປຸ່ນ ກັບກະຊວງ​ຕຳຫຼວດ​ຫວຽດນາມ ​ເວົ້າ​ສະ​ເພາະ; ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ການ​ພົວພັນຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ກັບ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຂອງ​ຍີ່ປຸ່ນ ຈະ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ທຸດຂົງ​ເຂດ... ທ່ານ​ເອກ​ອັກ​ຄະ​ລັດຖະທູດ Sugy Ryotaro ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ Yasuaki Tanizaki ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ສືບ​ຕໍ່​ມີ​ການ​ປະກອບສ່ວນຫຼາຍ​ກວ່າ​ອີກ​​ເຂົ້າ​ໃນ​ການ​ຊຸກຍູ​້ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຍີ່ປຸ່ນ ​ແລະ ຫວຽດນາມ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ນັບ​ມື້​ນັບ​ກ້າວເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນຢ່າງແທດ​ຈິງ​ເພື່ອ​ສັນຕິພາບ, ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ ກໍ​ຄື​ຂອງ​ພາກ​ພື້ນ ​ແລະ ​ໂລກ.
ຂ່າວ/ບົດ​ອື່ນ