ເພີ່ມທະວີການພົວພັນແລກປ່ຽນ, ຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ Saint Peterburg, ສະຫະພັນລັດເຊຍ

(VOVWORLD) - ທ່ານເລຂາຄະນະພັກນະຄອນ ຫງວຽນທ້ຽນເຍິນ ສະເໜີໃຫ້ນະຄອນ Saint Peterburg ຍູ້ແຮງການຮ່ວມມືໃນຂົງເຂດສົ່ງເສີມສຸຂະພາບ
ເພີ່ມທະວີການພົວພັນແລກປ່ຽນ, ຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ Saint Peterburg, ສະຫະພັນລັດເຊຍ - ảnh 1ທ່ານ ຫງວຽນທ້ຽນເຍືນ ຕ້ອນຮັບທ່ານ Katanandov Sergey Leonidovich

ຕອນບ່າຍວັນທີ 29 ມິຖຸນາ, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບຄະນະຜູ້ແທນນະຄອນ Saint Peterburg - ສະຫະພັນລັດເຊຍ ໂດຍທ່ານ Katanandov Sergey Leonidovich, ທູດພິເສດຂອງຜູ້ວ່າການນະຄອນ Saint Peterburg ກ່ຽວກັບບັນດາບັນຫາພັດທະນາສ້າງສາປະເທດຊາດ ແລະ ການຮ່ວມມືກັບບັນດາອົງການຂອງ ສະຫະພັນລັດເຊຍ ນຳໜ້າ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນ ໂຮ່ຈີມິນ ແຕ່ວັນທີ 27 – 30 ມິຖຸນາ. ທ່ານເລຂາຄະນະພັກນະຄອນ ຫງວຽນທ້ຽນເຍິນ ສະເໜີໃຫ້ນະຄອນ Saint Peterburg ຍູ້ແຮງການຮ່ວມມືໃນຂົງເຂດສົ່ງເສີມສຸຂະພາບ, ສະໜອງທຶນການສຶກສາໃຫ້ບັນດານັກສິລະປະການກ່ຽວກັບການຟ້ອນ bale, ດົນຕີປະສານສຽງ… ໃນການຮ່ວມມືດ້ານການສຶກສາ, ການນຳນະຄອນໂຮ່ຈີມິນ ສະເໜີໃຫ້ນະຄອນ Saint Peterburg ເອົາໃຈໃສ່ເຖິງການເຄື່ອນໄຫວຮ່ວມມືສອນພາສາ ຫວຽດ ຢູ່ນະຄອນ Saint Peterburg ແລະ ສອນພາສາ ລັດເຊຍ ຢູ່ນະຄອນ ໂຮ່ຈີມິນ; ຄົ້ນຄ້ວາຜັນຂະຫຍາຍການສອນພາສາລັດເຊຍ ໃນຊັ້ນມັດທະຍົມ ແລະ ມະຫາວິທະຍາໄລເພື່ອມຸ່ງໄປເຖິງການສ້າງຕັ້ງວິຊາ ລັດເຊຍວິທະຍາໃນມະຫາວິທະຍາໄລຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ