(VOVWORLD) -ເພື່ອຍົກສູງປະສິດທິຜົນການສົ່ງອອກເຂົ້າສານໄປຍັງຕະຫຼາດ ອາຊຽນ, ຂະແໜງເຂົ້າສານຕ້ອງກວດກາຄືນຄວາມຕ້ອງການນຳເຂົ້າຂອງແຕ່ລະຕະຫຼາດໃນ ອາຊຽນ
(ພາບປະກອບ: TTXVN)
|
ຕອນເຊົ້າວັນທີ 05 ພຶດສະພາ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າ ໄດ້ສົມທົບກັບສູນສົ່ງເສີມການຄ້າ, ການລົງທຶນ ອານຢາງ ຈັດວາລະໃຫ້ຄຳປຶກສາສົ່ງອອກຜະລິດຕະພັນເຂົ້າສານໄປຍັງຕະຫຼາດ ອາຊຽນ ເພື່ອໜູນຊ່ວຍວິສາຫະກິດສົ່ງອອກ.
ຕາມແຫຼ່ງຂໍ້ມູນທີ່ວາລະໃຫ້ຄຳປຶກສາໃຫ້ຮູ້ວ່າ: ເຂົ້າສານທີ່ສົ່ງອອກໄປຍັງ ຟີລິບປິນ ແລະ ອິນໂດເນເຊຍ ຕົ້ນຕໍແມ່ນເຂົ້າສານທຳມະດາ. ນອກນັ້ນ, ຫວຽດນາມ ຍັງສົ່ງອອກເຂົ້າສານໄປຍັງບັນດາຕະຫຼາດຄື: ມາເລເຊຍ, ສິງກະໂປ, ລາວ, ບຣຸໄນ… ຫວຽດນາມ ພວມສືບຕໍ່ຫັນປ່ຽນຕາມທິດເພີ່ມທະວີການສົ່ງອອກເຂົ້າສານຫອມມະລິ, ເຂົ້າສານສະເພາະເຂດ ດ້ວຍລາຄາຂາຍ ແລະ ມີມູນຄ່າເພີ່ມສູງກວ່າ.
ເພື່ອຍົກສູງປະສິດທິຜົນການສົ່ງອອກເຂົ້າສານໄປຍັງຕະຫຼາດ ອາຊຽນ, ຂະແໜງເຂົ້າສານຕ້ອງກວດກາຄືນຄວາມຕ້ອງການນຳເຂົ້າຂອງແຕ່ລະຕະຫຼາດໃນ ອາຊຽນ, ກຳນົດຕະຫຼາດບໍລິໂພກເຂົ້າສານທຳມະດາ ມີລາຄາຖືກ, ຕະຫຼາດບໍລິໂພກເຂົ້າມີຄຸນນະພາບສູງ, ເຂົ້າຫອມມະລິ… ພ້ອມກັນນັ້ນ, ຫວຽດນາມ ຕ້ອງເອົາໃຈໃສ່ເຖິງ ນະໂຍບາຍການຄ້າກັບບັນດາປະເທດໃນພາກພື້ນ, ນຳໃຊ້ທ່າແຮງຂອງບັນດາສັນຍາ FTA ລະຫວ່າງ ອາຊຽນ ກັບຄູ່ຮ່ວມມືໃນໂລກໃຫ້ໄດ້ຢ່າງສຸດຂີດ.