ເພີ່ມທະວີການສົມທົບຈັດຕັ້ງງານບຸນຫວຽດນາມ-ຍີ່ປຸ່ນ 2018 ຢູ່ນະຄອນໂຮ່ຈິມິນ

(VOVWORLD) -ຕອນບ່າຍວັນທີ 11 ມັງກອນ, ທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Tsutono Takebe, ທີ່ປຶກສາພິເສດລັດຖະສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານບຸນຫວຽດນາມ - ຍີ່ປຸ່ນ ໄດ້ແລກປ່ຽນກ່ຽວກັບວຽກງານກະກຽມຈັດຕັ້ງງານບຸນຫວຽດນາມ - ຍີ່ປຸ່ນ ປີ 2018 ຢູ່ນະຄອນໂຮ່ຈິມິນ.

ເພີ່ມທະວີການສົມທົບຈັດຕັ້ງງານບຸນຫວຽດນາມ-ຍີ່ປຸ່ນ 2018 ຢູ່ນະຄອນໂຮ່ຈິມິນ - ảnh 1 ການແລກປ່ຽນກ່ຽວກັບວຽກງານກະກຽມຈັດຕັ້ງງານບຸນຫວຽດນາມ - ຍີ່ປຸ່ນ ປີ 2018

(ພາບ: TTXVN)

ຢູ່ທີ່ນີ້, ທ່ານ ເລແທງລຽມ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂດີທີ່ສຸດໃຫ້ວຽກງານກະກຽມງານບຸນ ແລະ ຊີ້ນຳບັນດາອົງການກ່ຽວຂ້ອງຂອງນະຄອນ ຕັ້ງໜ້າສົມທົບກັບຝ່າຍຍີ່ປຸ່ນ ຈັດຕັ້ງງານບຸນຫວຽດນາມ - ຍີ່ປຸ່ນ 2018 ບັນລຸຜົນສຳເລັດ.

        ສ່ວນທ່ານ Tsutono Takebe ໃຫ້ຮູ້ວ່າ: ງານບຸນຫວຽດນາມ - ຍີ່ປຸ່ນ ປີ 2018 ຄາດວ່າຈະດຳເນີນໃນລະຫວ່າງວັນທີ 26 – 28 ມັງກອນ ຢູ່ນະຄອນໂຮ່ຈິມິນ ດ້ວຍຫົວຂໍ້ “ພ້ອມກັນກຳມື້ໃຫ້ແໜ້ນ”. ນີ້ແມ່ນເຫດການສຳຄັນເປີດຊາກໃຫ້ບັນດາການເຄື່ອນໄຫວຂ່ຳຮັບຮັບຕ້ອນເຫດການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຍີ່ປຸ່ນ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ