ເພີ່ມທະວີການຮ່ວມມື ການຄ້າລະຫວ່າງບັນດາ ທ້ອງຖິ່ນຂອງ ຫວຽດນາມ ແລະ ອີຕາລີ

ເພີ່ມທະວີການຮ່ວມມື ການຄ້າລະຫວ່າງບັນດາ ທ້ອງຖິ່ນຂອງ ຫວຽດນາມ ແລະ ອີຕາລີ - ảnh 1
ຮ່ວມ​ມື​ການ​ຄ້າ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ແລະ ອີ​ຕາ​ລີ
(ພາບ: vietnamplus)


(vovworld) - ການ​ຮ່ວມ​ມື​ການ​ຄ້າ​ ​ແລະ ການ​ລົງທຶນ​ລະ​ຫວ່າງບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ແລະ Puglia, ​ເຂດ​ນຳໜ້າພາກ​ໃຕ້ ອີ​ຕາ​ລີ​ກ່ຽວກັບ​ການ​ເຄື່ອນ​ໄຫວ​ເສດຖະກິດ​ການ​ລົງທືນສາກົນ, ​ໄດ້​ກ້າວ​ຂື້ນສູ່ລະດັບ​ພັດທະນາ​ໃໝ່​ໂດຍ​ຜ່ານ​ການ​ຕົກລົງ​ກັນ​ຈັດຕັ້ງ​ເວທີ​ປາ​ໄສ​ເສດຖະກິດ​ Puglia - ຫວຽດນາມ ​ເພື່ອ​ດຶງ​ດູດ​ບັນດາ​ນວິ​ສາ​ຫະກິດ​ເຂດ​ນີ້ ​ແລະ ສ້າງຕັ້ງຫ້ອງການ​ເສດຖະກິດ ຫວຽດນາມ ໜຶ່ງ​ແຫ່ງ​ປະຈຳ ພາກ​ໃຕ້ ອີ​ຕາ​ລີ​. ການ​ປ່ຽນ​ແປງ​ອັນ​ຂະຫຍັນ​ຂັນ​ແຂງດັ່ງກ່າວ​ແມ່ນໝາກຜົນ​ຂອງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກທີ່ Puglia ຂອງ​ທ່ານ​​ເອກ​ອັກຄະ​ລັດ​ຖະທູດ​ຫວຽດນາມ​ ປະຈຳ ອີ​ຕາ​ລີ ຫງວຽນຮ່ວາງ​ລອງ ​ໃນ​ສອງ​ມື້ຄືວັນ​ທີ 5 – 6/11 ຜ່ານ​ມາ.

     ທີ່​ການ​ພົບ​ປະ, ທ່ານ​​ເອກ​ອັກຄະ​ລັດ​ຖະທູດ ຫງວຽນຮ່ວາງ​ລອງ ​ແລະ ອຳນາດ​ການ​ປົກ​ຄອງ​ເຂດ Puglia ​ໄດ້​ຕົກລົງ​​ສົມທົບກັນ​ຈັດຕັ້ງເວທີ​ປາ​ໄສ​ເສດຖະກິດ Puglia - ຫວຽດນາມ ​​ເຊິ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ 3/2014, ພ້ອມ​ທັງ​ຈະ​ເຊິີນບັນດາ​ວິ​ສາ​ຫະກິດ​ຂອງ​ບັນດາ​ເຂດພາກ​ໃຕ້ ອີ​ຕາ​ລີ ​​ເຂົ້າຮ່ວມ​ນຳ. ສອງ​ຝ່າຍ​ກໍ່ຈະ​ພ້ອມ​ກັນ​ຄົ້ນຄວ້າ​ຄວາມ​ອາດ​ສາມາດ​ໃນ​ການ​ເປີດ​ຫ້ອງການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ ປະຈຳເຂດ Puglia ​ໂດຍ​ມີການສະໜັບສະໜູນຈາກອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ ກໍ່ຄື​ ຂອງ​ບັນດາສະຫະພັນ​ວົງ​ການ​ເຈົ້າຂອງອຸດສາຫະກຳ​ເຂດ ​ເພື່ອ ໃຫ້ຂໍ້ມູນ​ຂ່າວສານ​ຢ່າງ​ຊັດ​ເຈນ, ທັນ​ການ ​ແລະ ສະໜັບສະໜູນ​ໃຫ້​ບັນດາ​​ວິ​ສາ​ຫະກິດ​ລະດັບກາງ ​ແລະ ໜ້ອຍ​ໄດ້​ພົວພັນຮ່ວມມື​ກັນ. ນອກຈາກ​ນັ້ນ, ​ເພື່ອ​ຊຸກ​ຍຸ​ການ​ແລກ​ປ່ຽນວັດທະ​ນາ​ທຳ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ​ແລະ ​ເຂດ Puglia, “ ຊຸມວັນ​ຂອງ​ຫວຽດນາມທີ່​ເຂດ Puglia “ ກໍ່ຈະ​ຖືກ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ 3/2014 ຢູ່​ Bari ​ແລະ Lecce ຊຶ່ງແມ່ນສອງ​ນະຄອນ​ໃຫຍ່​ສຸດ​ຂອງເຂດ​ນີ້​.

ຂ່າວ/ບົດ​ອື່ນ