ເພີ່ມທະວີການຮ່ວມມື ວຽກງານຊົນເຜົ່າ ລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມື ວຽກງານຊົນເຜົ່າ ລະຫວ່າງ ຫວຽດນາມ ແລະ ລາວ - ảnh 1
ທ່ານນາງປະທານສະພາແຫ່ງຊາດ ລາວ ໃຫ້ການຕ້ອນຮັບທ່ານ ເກີຊໍ ເຟືອກ
(ພາບ: Hoàng Chương/Vietnam+)

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​​ເຊີນ​ຂອງ​ກຳມາ​ທິການ​ຊົນ​ເຜົ່າ ສະພາ​ແຫ່ງ​ຊາດ ລາວ, ຄະນະ​ຜູ້​ແທນ​ສະພາ​ຊົນ​ເຜົ່າ​ ຫວຽດນາມ ​ໂດຍ​ທ່ານ ​ເກີ​ຊໍ ​ເຟືອ​ກ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ຊົນ​ເຜົ່າ ຫວຽດນາມ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 5 – 9/4. ຕອນ​ເຊົ້າ​ວັນ​ທີ 7/4, ຄະນະ​ຜູ້​ແທນ​ກຳມາ​ທິການ ຊົນ​ເຜົ່າ 2 ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈລະຈາ ​ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ເຊິ່ງທັງ 2 ຝ່າຍຕ່າງ​ມີ​ຄວາມ​ເອົາ​ໃຈ​ໃສ່. ທ່ານ ​ເກີ​ຊໍ ​ເຟືອ​ກຖື​ວ່າ: ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຄັ້ງ​ນີ້​ຈະ​​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້ 2 ຝ່າຍ​ແລກປ່ຽນ ​ແລະ ຮຳ່ຮຽນ​ເອົາ​ບົດຮຽນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ລະດັບ​ຄວາມ​ຮູ້ ​ແລະ ກຳລັງ​ຄວາມ​ສາມາດ​ເພື່ອ​​ເປັນ​ເສນາ​ທິການ​ໃຫ້​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ແນະ​ນຳ​ກັບ​ບັນດາ​ເພື່ອນ ລາວ ກ່ຽວ​ກັບ​ນະ​ໂຍບ​າຍຊົນ​ເຜົ່າ ກໍ່ຄື​ວຽກ​ງານ​ຜັນ​ຂະຫຍາຍ​ການ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ ​ແລະ ລັດ ຫວຽດນາມ ດ້ວຍ​ແນວ​​ຄິດ ຊີ້​ນຳ​ບັນດາ​ຊົນ​ເຜົ່າ​ລ້ວນ​ແຕ່​ສະ​ເໝີ​ພາບ, ສາມັກ​ຄີ ​ເຄົາລົບ​ນັບຖື ​ແລະ ຊ່ວຍ​ເຫຼືອ​ກັນ​ພັດທະນາ. ທ່ານ ດວງ​ດີ ອຸ​ທາ​ສັກ, ປະທານ​ກຳມາ​ທິການ​ຊົນ​ເຜົ່າ ສະພາ​ແຫ່ງ​ຊາດ ລາວ, ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ສະພາ​ຊົນ​ເຜົ່າ ສະພາ​ແຫ່ງ​ຊາດ ຫວຽດນາມ ຄັ້ງ​ນີ້.

    ສິ້ນ​ສຸດ​ການ​ເຈລະຈາ, 2 ຝ່າຍ​​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ໃນ​ນັ້ນ​ໃຫ້​ຄຳໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ເອກະສານ ​ແລະ ບັນດາ​ບົດຮຽນ​ໃນ​ການ​ພັດທະນາ​ວຽກ​ງານ​ຊົນ​ເຜົ່າ, ສ້າງ​​ໂຄງການ​ພັດທະນາ​ເສດຖະກິດ - ສັງຄົມ​ເຂດ​ພູດ​ອຍ, ​ເຂ​ດຊົນ​ເຜົ່າ​ສ່ວນ​ໜ້ອຍ ຢູ່​ຊາຍ​ແດນ​ລະຫວ່າງ 2 ປະ​ເທ​ດ​ໄລຍະ 2014 – 2019.

ຂ່າວ/ບົດ​ອື່ນ