(vovworld) – ວັນທີ 31/7, ຄະນະປະຕິບັດງານລະຫວ່າງຂະແໜງຂອງ ຫວຽດນາມ ໂດຍທ່ານ ໂຮ່ຊວນເຊີນ, ຮອງລັດຖະມົນຕີການຕ່າງປະເທດ ນຳໜ້າ ມີການເຮັດວຽກກັບຫ້ອງການການຄ້າ ຮົ່ງກົງ (ປະເທດ ຈີນ) - ຫວຽດນາມ. ນີ້ແມ່ນສະຖານທີ່ສຸດທ້າຍໃນການຢ້ຽມຢາມ ແລະ ສຳຫຼວດແລວເສດຖະກິດ ອ່າວພາກເໜືອຂອງຄະນະໃນລະຫວ່າງວັນທີ 26 – 31/7. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ດຣ Jonathan Choi, ປະທານຫ້ອງການການຄ້າ ຮົ່ງກົງ (ປະເທດ ຈີນ) - ຫວຽດນາມ ຖືວ່າ: ນີ້ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກຫ້ອງການການຄ້າ ຮົ່ງກົງ (ປະເທດ ຈີນ) - ຫວຽດນາມ ຮັບຟັງຄຳເຫັນໂດຍກົງຈາກຜູ້ຕາງໜ້າຂັ້ນສູງຂອງ 10 ກະຊວງ, ຂະແໜງການຂອງ ຫວຽດນາມ ກ່ຽວກັບກາລະໂອກາດລົງທຶນພັດທະນາໃໝ່ ຢູ່ປະເທດ ອາຊີຕາເວັນອອກສ່ຽງໃຕ້ ທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງນີ້. ທ່ານ ດຣ Jonathan Choi ເຊື່ອໝັ້ນວ່າ: ເລື່ອງບັນດາປະເທດ ອາຊຽນ ຕົກລົງປຶກສາຫາລືກ່ຽວກັບເລື່ອງ ຮົ່ງກົງ ເຂົ້າເປັນສະມາຊິກຂອງເຂດການຄ້າເສລີ ອາຊຽນ - ຈີນ ດ້ວຍຖານະເປັນສະມາຊິກພິເສດສະເພາະ, ສາຍພົວພັນລະຫວ່າງ ຮົ່ງກົງ ແລະ ຫວຽດນາມ ຈະສືບຕໍ່ໄດ້ຮັບການເພີ່ມທະວີ, ປະກອບສ່ວນເຂົ້າໃນການພັດທະນາແລວເສດຖະກິດ ອ່າວພາກເໜືອ, ພິເສດແມ່ນເຂດ 3 ຫຼ່ຽມ ຮົ່ງກົງ - ກວາງຊີ (ປະເທດ ຈີນ) - ຫວຽດນາມ.