ເພີ່ມທະວີການຮ່ວມມືດ້ານ ວິທະຍາສາດລະຫວ່າງ ບັນດາສະຖາບັນ, ມະຫາວິທະຍາໄລ ແລະ ວິສາຫະກິດ

ເພີ່ມທະວີການຮ່ວມມືດ້ານ ວິທະຍາສາດລະຫວ່າງ ບັນດາສະຖາບັນ, ມະຫາວິທະຍາໄລ ແລະ ວິສາຫະກິດ - ảnh 1

ທ່ານ​ຫງວຽນ​ກວນ ລັດຖະມົນຕີກະຊວງ​ວິທະຍາສາດ

 ​ແລະ ​ເຕັກ​ໂນ​ໂລ​ຊີກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ

(ພາບ:VOV5)

(vovworld)-  ວັນ​ທີ 6/7 ຢູ່​ຮ່າ​ໂນ້ຍ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ບໍລິສັດ​ຫຸ້ນ​ສ່ວນ​ດອກ​ໄຟ​ຕິກນ້ຳຮ້ອນຣ້າງດົງ ສົມທົບ​ກັນ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “ປ່ຽນ​ໃໝ່, ຫົວຄິດ​ປະດິດ​ສ້າງ​ຂອງ​ວິ​ສາ​ຫະກິດ-ບົດຮຽນ​ຈາກ​ການ​ຮ່ວມສຳພັນ​ລະຫວ່າງ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ ​ແລະ ຣ້າງດົງ”. ບັນດາ​ຄຳ​ເຫັນ​ທີ່ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ເຫັນ​ດີ​ເປັນ​ເອກະສັນກ່ຽວ​ກັບການປ່ຽນ​ໃໝ່, ຫົວຄິດ​ປະດິດ​ສ້າງ​ຂອງ 3 ພາກ​ສ່ວນ​ໃນ​ສັງຄົມ​ຄື: ​ບັນດາ​ມະຫາວິທະຍາ​ໄລ, ວິ​ສາ​ຫະກິດ ​ແລະ ລັດ, ​ໃນ​ນັ້ນ, ວິ​ສາ​ຫະກິດ​ແມ່ນ​ໃຈກາງ​ກາຍ​ເປັນ​ກຳລັງ​ໜູນ​ຕົ້ນຕໍ​ໃນ​ການ​ພັດທະ​ນາເສດຖະກິດ​ສັງຄົມ. ບໍລິສັດ​ຫຸ້ນ​ສ່ວນ​ດອກ​ໄຟ​ຕິກນ້ຳຮ້ອນຣ້າງດົງ ຖືກ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ນຳ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ຄົ້ນຄ້ວາ​ພັດທະນາ ​ແລະ ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ​ກັບ​ບັນດາ​ສະ​ຖາ​ບັນ​ຄົ້ນຄ້ວາ, ມະຫາວິທະຍາ​ໄລ. ຕາມ​ທ່ານ​ຫງວຽນ​ກວນ ລັດຖະມົນຕີກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແລ້ວ, ​ເພື່ອ​ປະສົບ​ຜົນສຳ​ເລັດ​​ໄດ້, ວິ​ສາ​ຫະກິດ​ຕ້ອງ​ເລືອກ​ເຟັ້ນນັກ​ວິທະຍາສາດ​ທີ່​ມີ​ປະສົບ​ການ, ມີລະດັບ​ຄວາມ​ຮູ້​ສູງ ​ແລະ ມີ​ການ​ໃຫ້​ບຸລິມະສິດ​ທີ່​ເໝາະ​ສົມ:

  “ວິ​ສາ​ຫະກິດ​ຕ້ອງ​ເປັນ​ເຈົ້າການ​ໃນ​ການ​ຮ່ວມ​ມື​ກັບ​ນັກວິທະຍາສາດ. ຖ້າ​ຫາກ​ວ່າ​ວິ​ສາ​ຫະກິດ​ຫວຽດນາມ​ ທັງ​ໝົດ​ລ້ວນ​ແຕ່ເປັນ​ເຈົ້າການ​ໃນ​ການ​ຮ່ວມ​ມື​ກັບ​ນັກວິທະ ຍາສາດ ​ແລະ ລົງທຶນ​ໃຫ້​ແກ່​ເຂົາ​ເຈົ້າ, ການ​ປ່ຽນ​ໃໝ່​ຂອງ​ບັນດາ​ວິ​ສາ​ຫະກິດ​ຈຶ່ງ​ຈະ​ປະສົບ​ຜົນສຳ​ເລັດ​ໄດ້”.

ຂ່າວ/ບົດ​ອື່ນ