ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ໄທ

(VOVWORLD) -ຕອນບ່າຍວັນທີ 19 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດ ລະຫວ່າງ ຫວຽດນາມ - ໄທ ຄັ້ງທີ 3. 
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ໄທ - ảnh 1 ກອງປະຊຸມເຈລະຈານະໂຍບາຍປ້ອງກັນຊາດ ລະຫວ່າງ ຫວຽດນາມ - ໄທ ຄັ້ງທີ 3 (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນດ້ານປ້ອງກັນຊາດກັບໄທປຽບເໝືອນຄູ່ຮ່ວມມືພ້ອມກັນພັດທະນາໃນອາຊຽນ ແລະ ສະເໜີໃຫ້ກະຊວງປ້ອງກັນປະເທດໄທສະໜັບສະໜູນ ກະຊວງປ້ອງກັນປະເທດຫວຽດນາມໃນບົດບາດເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມດ້ານປ້ອງກັນຊາດໃນປີ ຫວຽດນາມເປັນປະທານອາຊຽນ 2020 ໃຫ້ເປັນຢ່າງດີ. ທ່ານ ພົນເອກ ນັດ ອິນທະຣະຈະເລີນ , ເລຂານຸການຜູ້ປະຈຳການກະຊວງປ້ອງກັນປະເທດ ໄທ, ກໍ່ຢັ້ງຢືນວ່າຍາມໃດໄທ ກໍ່ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດກັບ ຫວຽດນາມ ໃນຂອບເຂດແມ່ນເສົາຄຳສຳຄັນຂອງການພົວພັນລະຫວ່າງສອງປະເທດໃນອາຊຽນ, ຊຸກຍູ້ການພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ສັນຕິພາບ, ການພັດທະນາລວມຂອງສອງປະເທດ ແລະ ທົ່ວພາກພື້ນ.

        ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ໃນນັ້ນສຸມໃສ່ຊຸກຍູ້ບາງເນື້ອໃນຄື: ແລກປ່ຽນຄະນະຜູ້ແທນ, ພົວພັນແລກປ່ຽນນາຍທະຫານໜຸ່ມ, ບຳລຸງສ້າງ, ຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ, ເກັບກູ້ລະເບີດຕົກຄ້າງ ຕ້ານກໍ່ການຮ້າຍ ແລະ ຮ່ວມມືລະຫວ່າງບັນດາທະຫານ, ເຫຼົ່າຮົບ ຂອງກອງທັບສອງປະເທດ, ເພີ່ມທະວີການຮ່ວມມືລະຫວ່າງບັນດາກຳລັງຢູ່ທະເລກໍ່ຄືຮັບມືກັບອາດຊະຍາກຳຂ້າມຊາຍແດນ, ສະໜັບສະໜູນບັນດາຂໍ້ລິເລີ່ມຂອງກັນໃນປີ.

ຕອບກັບ

ຂ່າວ/ບົດ​ອື່ນ