ເພີ່ມທະວີການຮ່ວມມືປ້ອງກັນຊາຍແດນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ

(VOVWORLD) - ການພົວພັນຮ່ວມມືລະຫວ່າງກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບລາຊະອານາຈັກ ກຳປູເຈຍ ເວົ້າລວມ, ລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ກອງບັນຊາການທະຫານບົກເວົ້າສະເພາະ, ນັບມື້ນັບພັດທະນາອັນດີງາມ, ເຂົ້າສູ່ລວງເລິກ ແລະ ແທດຈິງ. 
ເພີ່ມທະວີການຮ່ວມມືປ້ອງກັນຊາຍແດນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ - ảnh 1ພິທີລົງນາມການຮ່ວມມື  (ພາບ: qdnd.vn)

ວັນທີ 14 ທັນວາ, ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ຄະນະຜູ້ແທນກອງບັນຊາການທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນຕີ ຮ່ວາງຊວນຈ໋ຽນ, ກຳມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຜູ້ບັນຊາການທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ ແລະ ທ່ານພົນເອກ Hun Manet, ຮອງຜູ້ບັນຊາການທະຫານສູງສຸດລາຊະອານາຈັກ ກຳປູເຈຍ, ຫົວໜ້າກອງບັນຊາການທະຫານບົກເປັນຫົວໜ້າຄະນະ ໄດ້ຈັດຕັ້ງກອງປະຊຸມພົບປະເຈລະຈາເພື່ອແນໃສ່ຕີລາຄາໝາກຜົນແຫ່ງການຮ່ວມມືປ້ອງກັນຊາຍແດນປີ 2018 ແລະ ປຶກສາຫາລືທິດທາງການຮ່ວມມືໃນປີ 2019.

        ທີ່ກອງປະຊຸມພົບປະເຈລະຈາ, ທ່ານພົນຕີ ຮ່ວາງຊວນຈ໋ຽນ ແລະ ທ່ານພົນເອກ Hun Manet ມີຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຮ່ວມມືລະຫວ່າງກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບລາຊະອານາຈັກ ກຳປູເຈຍ ເວົ້າລວມ, ລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ກອງບັນຊາການທະຫານບົກເວົ້າສະເພາະ, ນັບມື້ນັບພັດທະນາອັນດີງາມ, ເຂົ້າສູ່ລວງເລິກ ແລະ ແທດຈິງ. ໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ຮັກສາການປະຕິບັດໃຫ້ຖືກຕ້ອງຕາມອະນຸສັນຍາການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ; ແຜນການຮ່ວມມືດ້ານປ້ອງກັນຊາດໃນປີ 2019 ຂອງກະຊວງປ້ອງກັນປະເທດ 2 ປະເທດ ແລະ ເນື້ອໃນ 2 ຝ່າຍທີ່ໄດ້ແລກປ່ຽນ, ເຫັນດີເປັນເອກະພາບໃນບົດບັນທຶກກອງປະຊຸມພົບປະເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ