(vovworld) - ວັນທີ 30/4, ຢູ່ Jakarta, ຄະນະເລຂາອາຊຽນ ໄດ້ອອກແຈ້ງຂ່າວ ໂດຍຕີລາຄາສູງຜົນງານແຫ່ງການຢ້ຽມຢາມ ຂອງຄະນະຜູ້ແທນອາຊຽນ ເຖິງຍີ່ປຸ່ນ ແລະ ຖືວ່ານີ້ແມ່ນຂີດໝາຍສຳຄັນໃນການເພີ່ມທະວີການຮ່ວມມື ອາຊຽນ - ຍີ່ປຸ່ນ. ເຊິ່ງແມ່ນໜຶ່ງໃນບັນດາສາຍພົວພັນ 2 ຝ່າຍສຳຄັນທີ່ສຸດ ແລະ ຂະຫຍັນຂັນເຂື່ອນທີ່ສຸດຂອງ ອາຊຽນ. ກ່າວຄຳເຫັນໃນການຕ້ອນຮັບຄະນະຜູ້ແທນ ອາຊຽນ ຢູ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Yoshihiko Noda ຢືນຢັນວ່າ ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍບັນດາຄວາມມະນະພະຍາຍາມ ສ້າງປະຊາຄົມ ອາຊຽນ ແລະ ບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນທີ່ພວມພົ້ນເດັ່ນຂຶ້ນຜ່ານການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (ຫຼື RCEP), ພ້ອມທັງສະແດງຄວາມຫວັງວ່າ: 2 ຝ່າຍຈະດຳເນີນການເຈລະຈາກ່ຽວກັບ RCEP ໂດຍໄວ. ສ່ວນທ່ານເລຂາທິການໃຫຍ່ອາຊຽນ Surin Pitsuwan ໄດ້ຕີລາຄາສູງເຈດຕະນາດີ ແລະ ການຊ່ວຍເຫຼືອຂອງ ຍີ່ປຸ່ນ ທີ່ສະຫງວນໃຫ້ແກ່ ອາຊຽນ, ເຊິ່ງໄດ້ສະແດງອອກ ຢູ່ການນຳທຸກຂັ້ນຂອງຍີ່ປຸ່ນ, ພາກລັດ ແລະ ພາກເອກະຊົນ, ສະແດງໃຫ້ເຫັນວ່າ: ອາຊຽນ ແລະ ຍີ່ປຸ່ນ ເຊື່ອມໂຍງດ້ານເສດຖະກິດຢ່າງສະໜິດສະໜົມກ່ວາເວລາໃດໝົດ.