ເພີ່ມທະວີການຮ່ວມມືລະຫວ່າງ 2 ແຂວງຮ່ວາບີງ ແລະ ຫຼວງພະບາງ

(VOVWORLD) -ຕອນບ່າຍວັນທີ 26 ສິງຫາ, ຄະນະຜູ້ແທນຂັ້ນສູງແຂວງ ຫຼວງພະບາງ ໂດຍທ່ານ ຄຳຂັນ ຈັນທະວີສຸກ ເລຂາພັກແຂວງ, ເຈົ້າແຂວງໆຫຼວງພະບາງນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່ວາບີງ
ເພີ່ມທະວີການຮ່ວມມືລະຫວ່າງ 2 ແຂວງຮ່ວາບີງ ແລະ ຫຼວງພະບາງ  - ảnh 1 ທ່ານເລຂາພັກແຂວງໆຮ່ວາບີງ ບຸຍວັນຕິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແຂວງຫຼວງພະບາງ

ທ່ານເລຂາພັກແຂວງໆຮ່ວາບີງ ບຸຍວັນຕິງ ໄດ້ໃຫ້ການຕ້ອນຮັບຄະນະ. ການນຳທັງ 2 ໄດ້ເຫັນດີເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືບົນພື້ນຖານເຄົາລົບຊຶ່ງກັນ ແລະ ກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບກົດໝາຍ, ນະໂຍບາຍຂອງຫວຽດນາມ ແລະ ລາວ. 2 ແຂວງເຫັນດີຍູ້ແຮງການຮ່ວມມືໃນຂົງເຂດທ່ອງທ່ຽວ, ກະສີກຳ, ເຂື່ອນໄຟຟ້ານ້ຳຕົກ, ສ້າງກົນໄກແລກປ່ຽນຂໍ້ມູນຂ່າວສານ, ແຕ່ງຕັ້ງຄະນະຜູ້ແທນໄປຢ້ຽມຊົມ ທ່ອງທ່ຽວຊຶ່ງກັນ ແລະ ກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ