(vovworld) - ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໂດຍພົນເອກ, ລັດຖະມົນຕີກະຊວງຕຳຫຼວດ ເຈີນດ້າຍກວາງ ນຳໜ້າ, ໄດ້ໄປຢ້ຽມຢາມຍີ່ປຸ່ນ ໃນລະຫວ່າງວັນທີ 13 – 17/05. ທີ່ການເຈລະຈາກັບ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນຍີ່ປຸ່ນ ທ່ານ Taro Aso, ລັດຖະມົນຕີການຕ່າງປະເທດທ່ານ Fumio Kishida, ປະທານຄະນະກຳມະການຕຳຫຼວດແຫ່ງຊາດທ່ານ Keiji Furuya, ຜູ້ບັນຊາການຕຳຫຼວດແຫ່ງຊາດທ່ານ Ysuyoshi Yoneda, ປະທານສຳພັນທະມິດສະມາຊິກລັດຖະສະພາມິດຕະພາບພັກຝ່າຍຕ່າງໆທ່ານ Toshihiro Nikai ແລະ ທູດພິເສດຫວຽດນາມ - ຍີ່ປຸ່ນ ທ່ານ Ryotaro Sugi, 2 ຝ່າຍໄດ້ສະແດງຄວາມດີອົກດີໃຈຕໍ່ການພັດທະນາຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ພ້ອມທັງປາດຖະໜາວ່າ ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ຈະມີບາດກ້າວພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ພິເສດ, ໃນການເຈລະຈາກັບທ່ານປະທານຄະນະກຳມະການຕຳຫຼວດແຫ່ງຊາດ Keiji Furuya, 2 ຝ່າຍໄດ້ເຫັນດີຈະປະຕິບັດບັນດາມາດຕະການຢ່າງລະອຽດ ເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ, ໃນນັ້ນມີກຳລັງຕຳຫຼວດຫວຽດນາມ ກັບຄະນະກຳມະການຕຳຫຼວດແຫ່ງຊາດ ແລະ ອົງການຕຳຫຼວດແຫ່ງຊາດຍີ່ປຸ່ນ ໃນວຽກງານວິຊາການຂອງຂະແໜງໃຫ້ເລີກເຊິ່ງກວ່າອີກ.