ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ

(VOVWORLD) - ທີ່ການຕ້ອນຮັບ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບກົນໄກ, ໂອກາດຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.
ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ - ảnh 1ທີ່ການຕ້ອນຮັບ
(ພາບ: TTXVN)

        ຕອນເຊົ້າວັນທີ 17 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ໄດ້ຕ້ອນຮັບທ່ານສະມາຊິກສະພາສູງ ອາເມລິກາ ນາງ Tammy Duckworth.

        ທີ່ການຕ້ອນຮັບ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບກົນໄກ, ໂອກາດຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ສະແດງຄວາມຫວັງຢາກໃຫ້ ອາເມລິກາ ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ, ຍົກສູງກຳລັງຄວາມສາມາດໃນວຽກງານກູ້ໄພກູ້ຊີບໃນເວລາເກີດໄພພິບັດ ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…; ສະໜັບສະໜູນເລື່ອງ ນຳ ຫວຽດນາມ ໃຫ້ອອກຈາກບັນຊີລາຍຊື່ 12 ປະເທດທີ່ບໍ່ເປັນການຕະຫຼາດ ແລະ ຮັບຮູ້ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດເທື່ອລະກ້າວ. ທ່ານເນັ້ນໜັກວ່າ, ຫວຽດນາມ ຖືການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຂອງ 2 ປະເທດ. ທ່ານປາດຖະໜາວ່າ, 2 ຝ່າຍຈະເພີ່ມທະວີການພົວພັນ, ແລກປ່ຽນບົດຮຽນການເຄື່ອນໄຫວລະຫວ່າງ 2 ອົງການນິຕິບັນຍັດ, ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ.

        ສ່ວນທ່ານສະມາຊິກສະພາສູງ ນາງ Tammy Duckworth ໃຫ້ຮູ້ວ່າ, ຫວ່າງມໍ່ໆມານີ້, ສະພາແຫ່ງຊາດ ອາເມລິກາ ໄດ້ຮັບຮອງເອົາກົດໝາຍບາງສະບັບເພື່ອເປີດໂອກາດຮ່ວມມືລະຫວ່າງ ອາເມລິກາ ແລະ ບັນດາປະເທດອື່ນໃນຂົງເຂດການຜະລິດ. ທ່ານນາງຖືນີ້ຈະແມ່ນໂອກາດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ຜ່ານນັ້ນ ກໍ່ໄດ້ປະກອບສ່ວນພັດທະນາເສດຖະກິດໃຫ້ແກ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ