ເພີ່ມທະວີການຮ່ວມມືລະຫວ່າງກຳລັງຕຳຫຼວດຫວຽດນາມ ແລະ ລາວ
ພົນຕີ ສົມແກ້ວ ສີລາວົງ, ເລຂາສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ
|
(vovworld) - ວັນທີ 16/3, ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ ພົນຕີ ສົມແກ້ວ ສີລາວົງ, ເລຂາສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ເມື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາຢາກໃຫ້ ກຳລັງຕຳຫຼວດ 2 ປະເທດສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ແທດຈິງກ່ວາອີກເພື່ອແນໃສ່ຮັກສາຄວາມໝັ້ນຄົງແຫ່ງຊາດຢ່າງໜັກແໜ້ນ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຂອງ ຫວຽດນາມ ແລະ ລາວໃນທຸກສະພາບການ. ພິເສດ, ປີ 2017, ໄດ້ດຳເນີນຫຼາຍເຫດການການເມືອງສຳຄັນ, ເຊິ່ງຈະຈັດຕັ້ງຢູ່ແຕ່ລະປະເທດຄື: ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2017), 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ (18/7/1977 – 18/7/2017)… ດັ່ງນັ້ນ, ກຳລັງຕຳຫຼວດຕ້ອງເພີ່ມທະວີການສົມທົບກັນປະຕິບັດບັນດາແຜນນະໂຍບາຍຂອງການນຳຂັ້ນສູງ 2 ພັກ, 2 ລັດຮັບປະກັນຄວາມສະຫງົບ, ຄວາມປອດໄພຢ່າງສູງສຸດໃຫ້ບັນດາເຫດການ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ໃນສະພາບການໂລກ, ພາກພື້ນມີການຜັນແປ ຢ່າງໄວວາ, ພັກ, ລັດ ແລະ ກຳລັງຕຳຫຼວດປະຊາຊົນ ຫວຽດນາມ ຕ້ອງກຳນົດຄວາມສາມັກຄີ, ການຮ່ວມມືຮອບດ້ານກັບ ລາວ ແມ່ນປັດໄຈສຳຄັນທີ່ສຸດເພື່ອຮັບປະກັນການນຳພາຂອງທັງ 2 ພັກ, 2 ລັດປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ຢ່າງມີໄຊ, ເພື່ອໃຫ້ປະຊາຊົນ 2 ປະເທດ ຫວຽດນາມ ແລະ ລາວ ມີຊີວິດທີ່ອີ່ມໜຳສຳລານ, ມີຄວາມຜາສຸກ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ: ໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ຮັກສາການແລກປ່ຽນຂໍ້ມູນຂ່າວ, ບົດຮຽນການປະຕິບັດງານ, ແກ້ໄຂບັນດາບັນຫາເກີດຂຶ້ນກ່ຽວຂ້ອງເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດຢ່າງທັນການ. ພິເສດ, 2 ຝ່າຍຕ້ອງສົມທົບກັນຕໍ່ສູຸ້ຢ່າງມີປະສິດທິຜົນກັບບັນດາການເຄື່ອນໄຫວຂອງອາດຊະຍາກຳຄ້າຂາຍ, ຂົນສົ່ງຢາເສບຕິດຜ່ານຊາຍແດນຢ່າງຜິດກົດໝາຍ, ອາດຊະຍາກຳເສດຖະກິດ.