ເພີ່ມທະວີການຮ່ວມມືລະຫວ່າງຂະແຫນງສານຂອງຫວຽດນາມແລະລັດເຊຍ

ເພີ່ມທະວີການຮ່ວມມືລະຫວ່າງຂະແຫນງສານຂອງຫວຽດນາມແລະລັດເຊຍ - ảnh 1
ທ່ານ ເຈືອງ​ຮ່​ວາ​ບີງ ແລະ ​ທ່ານ Vyacheslav Mikhailovich Lebedev
ພາບ:tintuc.vn

(vovworld)-  ​ທີ່​ການ​ເຈ​ລະ​ຈາ​ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ສານ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ໂດຍ​ທ່ານ ເຈືອງ​ຮ່​ວາ​ບີງ, ຫົວ​ຫນ້າ​ສານ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ​ນຳ​ຫນ້າ ແລະ ຄະ​ນະ​ຜູ້​ແທນ​ສານ​​ສູງ​ສຸດ ລັດ​ເຊຍ ໂດຍ​ທ່ານ Vyacheslav Mikhailovich Lebedev, ຫົວ​ຫນ້າ​ສານ​ສູງ​ສຸດ ລັດ​ເຊຍ ນຳ​ຫນ້າ ໄດ້​ດຳ​ເນີນ​ໃນ​ວັນ​ທີ 1/10 ທີ່ ສະ​ຖານ​ກົງ​ສູນຫວຽດ​ນາມ ຢູ່ Vladivostok. ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ກໍ​ຄື​ບັນ​ດາ​ການ​ປ່ຽນ​ແປງ, ພັດ​ທະ​ນາ​ໃນ​ຂະ​ແຫນງ​ສານ​ຢູ່​ແຕ່​ລະ​ປະ​ເທດ, ສະ​ເຫນີ​ບັນ​ດາ​ບາດ​ກ້າວ​ໃນ​ການ​ຮ່ວມ​ມື​ລະ​ອຽດ​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ, ໃນ​ຂອບ​ເຂດ​ການ​ເຈ​ລະ​ຈາ, ຫົວ​ຫນ້າ​ສານ​ປະ​ຊາ​ຊົນ​ສູງ​ສຸດ ເຈືອງ​ຮ່​ວາ​ບີງ ໄດ້​ມອບ​ຫລຽນ​ກາ​ທີ່​ລະ​ນຶກ ເພື່ອ​ພາ​ລະ​ກິດ​ສານ​ຂອງ ຫວຽດ​ນາມ ໃຫ້​ຫົວ​ຫນ້າ​ສານ​​ສູງ​ສຸດ ລັດ​ເຊຍ Lebedev ເພື່ອ​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ ແລະ ຕັ້ງ​ຫນ້າ ຂອງ​ທ່ານ​ຫົວ​ຫນ້າ​ສານ​ລັດ​ເຊຍ ທີ່​ມີ​ຕໍ່​ພາ​ລະ​ກິດ​ພັດ​ທະ​ນາ​ລະ​ບົບ​ສານ​ປະ​ຊາ​ຊົນ​ຫວຽດ​ນາມ.

 

 

ຂ່າວ/ບົດ​ອື່ນ