ເພີ່ມທະວີການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ

(VOVWORLD) -ວັນທີ 22 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ, ປະທານຄະນະກຳມະການສັນຕິພາບຫວຽດນາມ ໄດ້ເຈລະຈາກັບທ່ານ ສົມພັນ ແພງຄຳມີ, ຮອງປະທານສະພາແຫ່ງຊາດ ສປປລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 21­- 23 ສິງຫາ. 

ທີ່ການເຈລະຈາ, ສອງຝ່າຍແບ່ງປັນກ່ຽວກັບສະພາບການສາກົນ ແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ແລກປ່ຽນຄຳເຫັນກ່ຽວກັບສະພາບການເຄື່ອນໄຫວ ແລະ ການຮ່ວມມືຂອງສອງຄະນະກຳມະການໃນໄລຍະມໍ່ໆມານີ້. ໄລຍະຈະມາເຖິງ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືຂອງສອງຄະນະກຳມະການໃນບັນດາການເຄື່ອນໄຫວລະອຽດ, ມີຄວາມໝາຍແທດຈິງຄື: ແລກປ່ຽນຄະນະຜູ້ແທນຂັ້ນສູງປະຈຳປີ, ເພີ່ມທະວີການສົມທົບ ແລະ ຫນູນຊ່ວຍເຊິ່ງກັນ ແລະກັນໃນບັນດາການເຄື່ອນໄຫວການຕ່າງປະເທດປະຊາຊົນ, ແລກປ່ຽນຂໍ້ມູນຂ່າວກ່ຽວກັບສະພາບການ ແລະ ການເຄື່ອນໄຫວຂອງແຕ່ລະຝ່າຍ, ບັນດາຂໍ້ມູນຂ່າວຫົວເລື່ອງສະເພາະຫລືບົດຮຽນວິຊາສະເພາະກ່ຽວຂ້ອງເຖິງວຽກງານຂອງສອງຝ່າຍ. ການນຳສອງຄະນະກຳມະການກໍ່ເປັນເອກະພາບພິຈາລະນາການສົມທົບກັນຈັດຕັ້ງການເຄື່ອນໄຫວແນະນຳກ່ຽວກັບດ້ານວັດທະນະທຳ, ການທ່ອງທ່ຽວ ຫວຽດນາມ ຢູ່ລາວ ແລະ ກົງກັນຂ້າມ ເພື່ອແນໃສ່ໂຄສະນາ, ສຶກສາກ່ຽວກັບຄວາມສາມັກຄີ, ມິດຕະພາບ ແບບພິເສດ ຫວຽດນາມ ແລະລາວ ໃຫ້ແກ່ປະຊາຊົນສອງປະເທດ, ເປັນຕົ້ນແມ່ນລຸ້ນຫນຸ່ມ. 

ຕອບກັບ

ຂ່າວ/ບົດ​ອື່ນ