ຄະນະຜູ້ແທນນະຄອນ ດ່ານັ້ງ ເຮັດວຽກຢູ່ແຂວງ ເຊກອງ
|
(vovworld)- ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງລາວ ຄະນະການນຳນະຄອນດ່າໜັງ, ໂດຍ ທ່ານ ຫງວຽນຊວນແອັງ ປະທານສາພາປະຊາຊົນນະຄອນ ນຳໜ້າຄະນະ, ໄປຢ້ຽມຢາມ ແລະ ເຮັດວຽກ ກັບການນຳຄະນະພັກແຂວງ, ອຳນາດການປົກຄອງ ແຂວງອັດຕະປື ແລະ ແຂວງເຊກອງ. ທີ່ບັນດາການເຮັດວຽກ, ທ່ານ ຫງວຽນຊວນແອັງ ໄດ້ລາຍງານສະພາບ ການພັດທະນາ ເສດຖະກິດ-ສັງຄົມ ແລະ ທິດທາງການພັດທະນາ ຂອງດ່າໜັງ. ທ່ານ ຫງວຽນຊວນແອັງ ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ເວົ້າລວມ, ອົງຄະນະພັກ ແລະ ປະຊາຊົນນະຄອນດ່າໜັງ ເວົ້າສະເພາະ ຍາມໃດກໍ່ຖືເປັນສຳຄັນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ຫວຽດນາມ-ລາວ.
ການນຳແຂວງອັດຕະປື ແລະ ແຂວງເຊກອງ ໄດ້ລາຍງານກັບຄະນະການນຳນະຄອນດ່າໜັງ ກ່ຽວກັບສະພາບ ການພັດທະນາ ເສດຖະກິດ-ສັງຄົມ, ຕີລາຄາສູງບັນດາກິດຈະການ, ໂຄງການຮ່ວມມື, ການໜູນຊ່ວຍ ຂອງນະຄອນດ່າໜັງ ກັບສອງແຂວງ ໃນໄລຍະ 2013-2017. ບົດພື້ນຖານ ການສະເໜີຂອງແຂວງອັດຕະປື ແລະ ແຂວງເຊກອງ, ນະຄອນດ່າໜັງ ໄດ້ຕົກລົງ ບາງໂຄງການຮ່ວມມື ໃນໄລຍະ 2018-2022.