ເພີ່ມທະວີການຮ່ວມມືລະຫວ່າງບັນດາ ທ້ອງຖິ່ນຫວຽດນາມ-ລາວ

ເພີ່ມທະວີການຮ່ວມມືລະຫວ່າງບັນດາ ທ້ອງຖິ່ນຫວຽດນາມ-ລາວ - ảnh 1

(ພາບປະກອບ)

( vovworld ) – ​ຕອນ​ເຊົ້າວັນ​ທີ 13/8, ຢູ່​ເທດສະບານ​ເມືອງ​ຫຼວງ​ນ້ຳທາ, ອຳນາດ​ການ​ປົກ​ສອງ​ແຂວງຫຼວງ​ນ້ຳທາຂອງ​ລາວ ​ແລະ ​ແຂວງ​ຫວີງ​ຟຸກຂອງ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ພິທີ​ມອບ​ຮັບ​ໂຮງ​ຮຽນ​ມັດທະຍົມ​ຕອນ​ປາຍຫຼວງ​ນ້ຳທາ ​ໂດຍ​ຫວຽດນາມ ​ເປັນ​ຜູ້​ກໍ່ສ້າງ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີລາວ​ສົມ​ສະຫວາດ ​ເລັ່ງສະຫວັດ ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ດັ່ງກ່າວ. ​ໂຮງຮຽນ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ທຶນ​ຊ່ວຍ​ເຫຼືອ​ລ້າ​ຂອງ​ລັດຖະບານ​ຫວຽດນາມ ​ໂດຍ​ແຂວງ​ຫວີ​ງຟຸກ​ເປັນ​ເຈົ້າຂອງ​ການ​ລົງທຶນ​ດ້ວຍ​ຍອດ​ຈຳນວນ​ທຶນ​ກ່ວາ 68 ຕື້​ດົ່ງ.

  ກ່ອນ​ໜ້ານັ້ນ, ວັນ​ທີ 12/8, ​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງຫຼວງ​ນ້ຳທາ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ແຂວງ​ຫຼວງນ້ຳທາ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີຢືນຢັນ​ວ່າ,​ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຈະ​ໄດ້​ສ້າງເງື່ອນ​ໄຂ​ສະດວກ​ເພື່ອ​ລົງທຶນ​ໃນ​ບັນດາ​ແຂວງ​ພາກ​ເໜືອ​ລາວ ​ແລະ ​ທ່ານ​ມີ​ຄວາມເຊື່ອໝັ້ນວ່າ ການ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ-​ລາວ​ເວົ້າລວມ ​ແລະ ລະຫວ່າງ​ແຂວງ​ຫຼວງ​ນ້ຳທາ ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດນາມ ​ເວົ້າສະ​ເພາະ​ຈະ​ສືບ​ຕໍ່​ພັດທະນາ.

ຂ່າວ/ບົດ​ອື່ນ