(ພາບປະກອບ)
(vovworld)- ໂດຍໄດ້ຮັບກຄຳເຊີນຂອງສູນກາງພັກກອມມູນິດຫວຽດນາມ, ຄະນະຜູ້ ແທນຂັ້ນສູງພັກກອມມູນິດປອກຕູການ ໂດຍທ່ານເລຂາທິການໃຫ່ຍ Jeronimo Carvalho de Souna ນຳໜ້າໄດ້ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 1-4/3. ຕອນເຊົ້າວັນທີ 4/3, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບຄະນະ, ທ່ານເລຮົງແອງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາຢັ້ງຢືນວ່າ: ພັກກອມມູນິດຫວຽດນາມ ຖືການພົວພັນຮ່ວມມືກັບພັກກອມມູນິດປະເທດຕ່າງໆເປັນສຳຄັນ ພ້ອມທັງເນັ້ນໜັກວ່າ: ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ-ປອກຕູການ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ. ສ່ວນທ່ານເລຂາທິການໃຫ່ຍ Jeronimo Carvalho de Souna ຢືນຢັນວ່າ ຈະມານະພະຍາຍາມຊຸກຍູ້ການພົວພັນອັນສະໜິດສະໜົມ ແລະ ການຮ່ວມມືທີ່ໄວ້ເນື້ອເຊື່ອໃຈລະຫວ່າງສອງພັກໃນໄລຍະຈະມາເຖິງ.