ພະນັກງານວິທະຍາສາດ
ພາບປະກອບ: internet
|
(vovworld) - ຕອນເຊົ້າວັນທີ 6/9 ຢູ່ ແຂວງ Quang Binh, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ກະຊວງວິທະຍາສາດ - ເຕັກໂນໂລຊີ ລາວ ຈັດຕັ້ງກອງປະຊຸມສຳມະນາ“ ເພີ່ມທະວີການຮ່ວມມືສາກົນກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ”. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດໂຄງການຮ່ວມມື, ພົບປະແລກປ່ຽນມິດຕະພາບເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2012.” ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາ ໄດ້ຕີລາຄາໝາກຜົນແຫ່ງການຮ່ວມມືເຕັກໂນໂລຊີໃນໄລຍະຈະມາເຖິງ. ນັກວິທະຍາສາດ, ນັກຄຸ້ມຄອງສອງປະເທດໄດ້ແລກປ່ຽນ, ປຶກສາຫາລືບັນຫາຕ່າງໆທີ່ກ່ຽວຂ້ອງເພື່ອເຮັດໃຫ້ວິທະຍາສາດເຕັກໂນໂລຊີກາຍເປັນກຳລັງຜະລິດໂດຍກົງ ຮັບໃຊ້ການພັດທະນາເສດຖະກິດສັງຄົມ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ ພາກພື້ນອາຊີຕາເວັນອອກສຽງໃຕ້ກໍຄືຢູ່ໃນໂລກ.
ໃນຂອບເຂດກອງປະຊຸມສຳມະນາ, ຄະນະຈັດຕັ້ງໄດ້ມອບຫລຽນກາທີ່ລະນຶກເພື່ອພາລະກິດວິທະຍາສາດ ແລະ ເຕັກໂນໂລຊີໃຫ້ແກ່ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລາວ ແລະ ໃບຍ້ອງຍໍຂອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ແກ່ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລາວ.