ເພີ່ມທະວີການຮ່ວມມືເພື່ອເຂດແມ່ຂອງສັນຕິພາບ,ວັດທະນາຖາວອນ
(ກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ຂອງ - ລານການ ຄັ້ງທີ 1)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານ ຫວາງອີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຈີນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ຂອງ - ລານການ ຄັ້ງທີ 1 ເຊິ່ງຈັດຕັ້ງໃນວັນທີ 12/11 ຢູ່ແຂວງ ຢຸນໜານ (ຈີນ). ນີ້ແມ່ນກອງປະຊຸມທຳອິດ ມີການເຂົ້າຮ່ວມຂອງບັນດາ ລັດຖະມົນຕີການຕ່າງປະເທດຄື: ຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ. ກອງປະຊຸມເຫັນດີເປັນເອກະພາບໂດຍຖືວ່າ: ການຮ່ວມມືລະຫວ່າງ 6 ປະເທດ ຈະຊ່ວຍຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ຮັດແຄບຊ່ອງຫວ່າງການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ, ປະກອບສ່ວນເຂົ້າໃນວິວັດການກໍ່ສ້າງປະຊາຄົມ ອາຊຽນ. ກອງປະຊຸມໄດ້ອອກແຈ້ງການຮ່ວມ, ຢືນຢັນຄວາມປາດຖະໜາຢາກປັບປຸງການພົວພັນຮ່ວມມືລະຫວ່າງ 6 ປະເທດ ກ່ວາອີກ ເພື່ອເຂດແມ່ຂອງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ: ຄວາມໝາຍຂອງແມ່ນ້ຳຂອງ ສຳລັບປະຊາຊົນເຂດລຸ່ມແມ່ນ້ຳຂອງເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ.ທ່ານຮອງນາຍົກສະເໜີວ່າ ການຮ່ວມມືລະຫວ່າງ 6 ປະເທດຄວນເອົາໃຈໃສ່ເປັນພິເສດຜັນຂະຫາຍບັນດາໂຄງການໃຫ້ລະອຽດ, ເຊິ່ງປະສິດທິຜົນຢ່າງແທດຈິງໃຫ້ແກ່ປະຊາຊົນ ແລະ ຮັບປະກັນຜົນປະໂຫຍດໃຫ້ທຸກຝ່າຍ. ຢູ່ນອກກອງປະຊຸມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ໄດ້ມີການພົບປະກັບທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີນ.