ເພີ່ມທະວີການຮ່ວມມືໃນບັນດາການເຄື່ອນໄຫວມະນຸດສະທໍາ
(VOVWORLD) -ວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ກັບສະພາກາແດງ - ກາຊີກວົງເດືອນແດງສາກົນ.
ສະພາກາແດງແຂວງລາຍເຈົາ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນທີ່ຖືກຜົນສະທ້ອນຈາກເຫດຜົນຕົກ, ນໍ້າຖ້ວມ
(ພາບ: Quy Trung/TTXVN)
|
ເຂົ້າຮ່ວມພິທີລົງນາມ ມີ ທ່ານນາງ ຫງວຽນທິຊວນທູ ປະທານສະພາກາແດງຫວຽດນາມ; ທ່ານ Marwan, ຫົວໜ້າຄະນະ ສະພາກາແດງ - ກາຊີກວົງເດືອນແດງສາກົນ ເຊິ່ງແມ່ນຜູ້ຕາງໜ້າ ກາຊີກວົງເດືອນແດງສາກົນ ປະຈໍາ ບາງກອກ (ໄທ) ແລະ ບັນດາຄູ່ຮ່ວມມື ທີ່ມີໂຄງການຢູ່ຫວຽດນາມ ຄື ສະພາກາແດງ ອາເມລິກາ, ສະພາກາແດງ ເຢຍລະມັນ...
ທ່ານນາງ ຫງວຽນທິຊວນທູ ປະທານສະພາກາແດງຫວຽດນາມ ໃຫ້ຮູ້ວ່າ ສະພາກາແດງຫວຽດນາມ ຕີລາຄາສູງການໜູນຊ່ວຍຕ່າງໆຂອງ ສະພາກາແດງ - ກາຊີກວົງເດືອນແດງສາກົນ ໃນການຜັນຂະຫຍາຍບັນດາໂຄງການມະນຸດສະທໍາ, ອັນໄດ້ຊ່ວຍໃຫ້ສະພາກາແດງຫວຽດນາມ ມີຖານະບົດບາດລະດັບຊາດກ່ຽວກັບບັນດາການເຄື່ອນໄຫວມະນຸດສະທໍາ.
ທ່ານ Marwan, ຫົວໜ້າຄະນະ ສະພາກາແດງ - ກາຊີກວົງເດືອນແດງສາກົນ, ຜູ້ຕາງໜ້າ ປະຈໍາ ບາງກອກ (ໄທ) ໃຫ້ຄໍາໝັ້ນສັນຍາວ່າ ຈະມານະພະຍາຍາມຮ່ວມເດີນທາງກັບສະພາ ກາແດງ ຫວຽດນາມ ໃນຂອບເຂດຂອງຕົນ.