(vovworld) – ວັນທີ 26/09, ທີ່ກອງປະຊຸມສຳມະນາ “ຮ່ວມສຳພັນການພັດທະນາການທ່ອງທ່ຽວແຂວງເບັ໋ນແຈ”, ໂດຍຄະນະກຳມະການປະຊາຊົນແຂວງ ເບັ໋ນແຈ ຈັດຕັ້ງ. ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຮຽກຮ້ອງໃຫ້ນະຄອນໂຮ່ຈິມິນ ແລະ ບັນດາແຂວງ ຕ່ຽນຢາງ, ເບັ໋ນແຈ, ຈ່າວິງ ຕ້ອງຮ່ວມສຳພັນ, ສ້າງສາຍທ່ອງທ່ຽວເຂດແຄມທະເລ ທິດຕາເວັນອອກເຂດທົ່ງພຽງແມ່ນ້ຳຂອງ, ເພື່ອແນໃສ່ສ້າງການດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ທ່ານ ຫງວຽນທ້ຽນເຍີນເນັ້ນໜັກວ່າ, ການຮ່ວມສຳພັນລະຫວ່າງ 4 ແຂວງ, ນະຄອນ ແມ່ນເພື່ອເພີ່ມເຕີ່ມໃຫ້ກັນ ແນໃສ່ດຶງດູດນັກທ່ອງທ່ຽວ, ໃນນັ້ນມີເລື່ອງເຊື່ອມຕໍ່ກຳລັງຄວາມສາມາດ ແລະ ຂໍ້ມູນຂ່າວລະຫວ່າງບັນດາວິສາຫະກິດທີ່ເຮັດວຽກງານທ່ອງທ່ຽວຢູ່ແຕ່ລະທ້ອງຖິ່ນ.