ເພີ່ມທະວີການຮ່ວມສຳພັນເພື່ອພັດທະນາການທ່ອງທ່ຽວເຂດທາງທິດຕາເວັນອອກພາກໃຕ້

(VOVWORLD) -ເຂດທາງທິດຕາເວັນອອກພາກໃຕ້ຫວຽດນາມ ໄດ້ກຳນົດທິດຂຸດຄົ້ນບັນດາຜະລິດຕະພັນສະເພາະ

ເພີ່ມທະວີການຮ່ວມສຳພັນເພື່ອພັດທະນາການທ່ອງທ່ຽວເຂດທາງທິດຕາເວັນອອກພາກໃຕ້ - ảnh 1

 ທີ່ກອງປະຊຸມ

(ພາບ: qdnd.vn)

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ແຂວງ ໄຕນິງ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ຄະນະກຳມະການປະຊາຊົນແຂວງ ໄຕນິງ ໄດ້ຈັດກອງປະຊຸມຮ່ວມສຳພັນລະຫວ່າງເຂດເພື່ອພັດທະນາການທ່ອງທ່ຽວເຂດທາງທິດຕາເວັນອອກພາກໃຕ້ຫວຽດນາມ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ສະເໜີໃຫ້ບັນດາແຂວງເຂດທາງທິດຕາເວັນອອກພາກໃຕ້ວ່າ ກ່ອນອື່ນໝົດຄວນເພີ່ມທະວີການຮ່ວມສຳພັນ ຮຽກຮ້ອງການລົງທຶນພາກເອກະຊົນ, ການລົງທຶນຈາກຕ່າງປະເທດເຂົ້າຂົງເຂດພື້ນຖານໂຄງລ່າງ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາການທ່ອງທ່ຽວ. ທ່ານ ຫງວຽນທ້ຽນເຍິນ, ກ່າວວ່າ.

        “ໂລກລະບາດຍັງຈະສືບຕໍ່ແກ່ຍາວຢູ່, ແຕ່ບໍ່ສະໝ່ຳສະເໝີກັນ ແລະ ພວກເຮົາບໍ່ສາມາດລໍຖ້າໃຫ້ໂລກຄວບຄຸມໂລກລະບາດໄດ້ແລ້ວຈຶ່ງເປີດປະຕູ. ເວລານັ້ນແມ່ນອນວ່າຫຼາຍປະເທດຈະປະສົບກັບຄວາມຫຍຸ້ງຍາກ. ພວກເຮົາຊຸກຍູ້ການທ່ອງທ່ຽວຢູ່ພາຍໃນປະເທດ ແລະ ທ່ອງທ່ຽວຕ່າງປະເທດ. ເລືອກເອົາບັນດາປະເທດທີ່ມີຄວາມປອດໄພຢ່າງພຽງພໍ, ພິເສດແມ່ນບັນດາປະເທດຢູ່ໃກ້ກັບຫວຽດນາມ ເພື່ອເປີດປະຕູເທື່ອລະກ້າວ”.

        ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລ້ວ, ການພັດທະນາການທ່ອງທ່ຽວຂອງເຂດ ຄວນຕິດພັນກັບຍຸດທະສາດພັດທະນາການທ່ອງທ່ຽວຫວຽດນາມ ຮອດປີ 2020, ວິໄສທັດຮອດປີ 2030. ຕາມນັ້ນແລ້ວ, ເຂດທາງທິດຕາເວັນອອກພາກໃຕ້ຫວຽດນາມ ໄດ້ກຳນົດທິດຂຸດຄົ້ນບັນດາຜະລິດຕະພັນສະເພາະຄື: ທ່ອງທ່ຽວສົມທົບກັບກອງປະຊຸມ - ກອງປະຊຸມສຳມະນາ; ທ່ອງທ່ຽວຊາຍແດນຕິດພັນກັບບັນດາດ່ານຊາຍແດນ; ທ່ອງທ່ຽວວັດທະນະທຳ, ງານບຸນ, ບັນເທິງ…

ຕອບກັບ

ຂ່າວ/ບົດ​ອື່ນ