ເພີ່ມທະວີການເຂົ້າຮ່ວມຂອງປະຊາຄົມໃນວຽກງານຫຼຸດຜ່ອນຄວາມສ່ຽງໄພ, ໄພທຳມະຊາດ
(ທີ່ກອງປະຊຸມສຳມະນາ)
(vovworld) - ເພີ່ມທະວີການເຂົ້າຮ່ວມຂອງປະຊາຄົມໃນວຽກງານຫຼຸດຜ່ອນຄວາມສ່ຽງໄພ, ໄພພິບັດທຳມະຊາດ, ນັ້ນແມ່ນເນື້ອໃນຕົ້ນຕໍ, ເຊິ່ງບັນດາພື້ນຖານເສດຖະກິດສະມາຊິກ APEC ປຶກສາຫາລື ແລະ ປະກອບຫຼາຍຄວາມເຫັນທີ່ກອງປະຊຸມສຳມະນາ “APEC ກ່ຽວກັບການຄວບຄຸມຄວາມສ່ຽງໄພ, ໄພພິບັດທຳມະຊາດ ໂດຍອິງໃສ່ປະຊາຄົມ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ“ ທີ່ດຳເນີນໃນວັນທີ 18-19/9, ຢູ່ນະຄອນ ຫ້າລອງ. ທີ່ກອງປະຊຸມສຳມະນາ, ມີນັກປາຖະກະຖາຫຼາຍຄົນ ທີ່ມາຈາກ ອິນໂດເນເຊຍ, ເປຣູ, ຍີ່ປຸ່ນ, ສເກົາຫຼີ … ກໍ່ຢືນຢັນເຖິງຄວາມສຳຄັນຂອງປະຊາຄົມໃນການຄວບຄຸມຄວາມສ່ຽງໄພ, ໄພພິບັດທຳມະຊາດ, ພ້ອມທັງແບ່ງປັນບົດຮຽນ ແລະ ບັນດານະໂຍບາຍປະຕິບັດວຽກງານນີ້ຢ່າງມີປະສິດທິຜົນທີ່ສຸດ. ທ່ານ ຫວູຮົ່ງນາມ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ, ໃຫ້ຮູ້ວ່າ:
“ຜ່ານບັນດາພາຫະນະສື່ມວນຊົນ, ພວກເຮົາຕ້ອງໂຄສະນາໃຫ້ປະຊາຊົນເຂົ້າໃຈ, ຈາກນັ້ນເຂົາເຈົ້າຈະມີການກະທຳທີ່ເໝາະສົມເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ແຕ່ລະປີ, ອົງການພະຍາກອນອຸຕຸນິຍົມ ອຸທົກກະສາດ ຕ້ອງພະຍາກອນອາກາດຢ່າງທັນການ ເພື່ອໃຫ້ປະຊາຊົນມີວິທີປ້ອງກັນ ແລະ ຕ້ານໄພພິບັດທຳມະຊາດ“.
ກອງປະຊຸມກໍ່ຍົກອອກບັນດາຄວາມເຫັນທີ່ເໝາະສົມກວ່າອີກໃຫ້ເວທີປາໄສກ່ຽວກັບຫົວເລື່ອງຄວບຄຸມຄວາມສ່ຽງໄພ, ເຊິ່ງຈະຈັດຕັ້ງຢູ່ ຟີລິບປິນ ໃນລະຫວ່າງວັນທີ 22-23/9/2015.