ເພີ່ມທະວີການເຊື່ອມຕໍ່ນັກສຶກສາບັນດາປະເທດອາຊຽນຢູ່ອົດສະຕາລີຕາເວັນຕົກ
ກອງປະຊຸມສຳມະນາ (ພາບ: ຫວຽດນາມ+)
(vovworld) - ສະຖານກົງສູນການຕ່າງປະເທດພ້ອມກັບສະມາຄົມນັກສຶກສາບັນດາປະເທດ ອາຊຽນ ຢູ່ນະຄອນ Perth, ລັດ ອົດສະຕາລີຕາເວັນຕົກ, ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ: ແງ່ຫວັງ ແລະ ສິ່ງທ້າທາຍ”. ເຂົ້າຮ່ວມກອງປະຊຸມສຳມະນາມີຫົວໜ້າສະຖານກົງສູນໃຫຍ່ ມາເລເຊຍ, ອິນໂດເນເຊຍ ແລະ ຫວຽດນາມ ພ້ອມກັບນັກສຶກສາເກືອບ 100 ຄົນທີ່ມາຈາກ 9 ປະເທດ ອາຊຽນ ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລຢູ່ລັດ ອົດສະຕາລີຕາເວັນຕົກ. ນີ້ແມ່ນເຫນການທຳອິດໄດ້ຮັບການຈັດຕັ້ງ ພາຍໃຕ້ການອຸປະຖຳຂອງສະຖານກົງສູນໃຫຍ່ບັນດາປະເທດ ມາເລເຊຍ, ອິນໂດເນເຊຍ ແລະ ຫວຽດນາມ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ນັກສຶກສາບັນດາປະເທດສະມາຊິກ ອາຊຽນ ເຂົ້າຮ່ວມດ້ວຍບົດບາດເປັນນັກບັນລະຍາຍ, ຜູ້ປະສານງານ ແລະ ນັກປຶກສາຫາລື. ຈຸດປະສົງຂອງກອງປະຊຸມສຳມະນາແມ່ນເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ປະຊາຊົນໃນອາຊຽນ, ມຸ່ງໄປເຖິງເປົ້າໝາຍແມ່ນນັກສຶກສາ ອາຊຽນ ທີ່ພວມຮຳ່ຮຽນຢູ່ ອົດສະຕາລີຕາເວັນຕົກ. ນອກຈາກວາລະປະຊຸມສຳມະນາລວມ, ພາຍໃຕ້ການເປັນປະທານຂອງຜູ້ຕາງໜ້ານັກສຶກສາ ມາເລເຊຍ, ບັນດາຜູ້ແທນເຂົ້າຮ່ວມ ກໍ່ໄດ້ຮັບຟັງຜູ້ຕາງໜ້ານັກສຶກສາ ຫວຽດນາມ, ອິນໂອເນເຊຍ, ມາເລເຊຍ ແລະ ບຣຸໄນ ລາຍງານກ່ຽວກັບສະພາບການຕົວຈິງ, ແງ່ຫວັງ ແລະ ການທ້າທາຍຂອງຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ.