ເພີ່ມທະວີການແລກປ່ຽນຂໍ້ມູນນິຕິບັນຍັດລະຫວ່າງບັນດາອົງການສະພາແຫ່ງຊາດຫວຽດນາມ

ເພີ່ມທະວີການແລກປ່ຽນຂໍ້ມູນນິຕິບັນຍັດລະຫວ່າງບັນດາອົງການສະພາແຫ່ງຊາດຫວຽດນາມ - ảnh 1

(vovworld) – ​ວັນ​ທີ 7/5, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິບັນຍັດ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສົມທົບ​ກັບ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ຈັດ​ຕັ້ງ​ພິທີ​ປຸກລະດົມ​ໂຄງການ ”​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ນິຕິບັນຍັດ​ລະຫວ່າງ​ບັນດາ​ອົງການ​ສະພາ​ແຫ່ງ​ຊາດ​ຫວຽດນາມ”. ​ໂຄງການ​ນີ້​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິບັນຍັດ, ຄະນະ​ກຳມະການ​ກົດໝາຍ ​ແລະ ຄະນະ​ກຳມະການ​ຍຸຕິ​ທຳ​ໃນ​ບັນດາ​ວຽກ​ງານ​ທີ່​ກ່ຽວຂ້ອງ​ເຖິງ​ວິວັດ​ການ​ປັບປຸງ​ລັດຖະທຳ​ມະນູນ, ກໍ່​ຄື​ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ກົດໝາຍ​ທີ່​ສຳຄັນ. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ປຸກລະດົມ​ໂຄງການ, ທ່ານ​ນາງ Louise Chamberlain, ຜູ້ອຳນວຍການ​ແຫ່ງ​ຊາດ​ຂອງ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

“​ຊຸ່ມ​ປີ​ໃກ້ໆ​ນີ້, ​ແມ່ນ​ເວລາ​ສຳຄັນ​ທີ່​ສຸດ​ໃຫ້​ແກ່​ການ​ພັດທະນາ​ຂອງ​ລະບົບ​ຂໍ້​ມູນ​ນິຕິບັນຍັດ​ຫວຽດນາມ. ​ເພື່ອ​ຜ່ານ​ຜ່າ​ການ​ທ້າ​ທາຍ​ນີ້, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິບັນຍັດ​ຄວນ​ມີ​ການ​ໜູນ​ຊ່ວຍ ​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ສະໜອງ​ຂໍ້​ມູນ​ນິຕິບັນຍັດ​ກວ່າ​ອີກ. ​ໂຄງການ​ທີ່​ແກ່ຍາວ​ເປັນ​ເວລາ 3 ປີ​ນີ້ ຈະ​ໜູນ​ຊ່ວຍ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິບັນຍັດ​ ​ແລະ ໜູນ​ຊ່ວຍ​ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ່ສ້າງ ​ແລະ ຍື່ນສະ​ເໜີ​ຂໍ້​ລິ​ເລີ່​ມດ້ານ​ກົດໝາຍ ​​​ແລະ ຫັນ​ມັນເປັນ​​ຮ່າງ​ກົດໝາຍຕ່າງໆ
ຂ່າວ/ບົດ​ອື່ນ