ເພີ່ມທະວີການໂຄສະນາເຜີຍແຜ່ວັດທະນະທຳເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ

ເພີ່ມທະວີການໂຄສະນາເຜີຍແຜ່ວັດທະນະທຳເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເຮັດວຽກ ຢູ່ ແຂວງ ດ້ຽນບຽນ
(ພາບ: VGP)

 (vovworld) - ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຄະນະ​ຊີ້​ນຳ​ແຜນ​ຮ່າງ “ສືບ​ຕໍ່​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ ທີ່​ກ້າວໜ້າ,​ ​ເຂັມ​ຂົ້ນ​ໄປ​ດ້ວຍ​ສີສັນວັດທະ​ນະ​ທຳ​ຂອງຊາດ” ພວມ​ເຮັດ​ວຽກ​ຢູ່​ແຂ​ວງ ດ້ຽນບຽນ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ສະ​ເໜີ​ບັນດາ​ສະມາຊິກ​ໃນ​ຄະນະ​ປະຕິບັດ​ງານ ​ແລະ ​ແຂວງ ດ້ຽນບຽນ ຈົ່ງ​ຈັດ​ຕັ້ງ​ການ​ສຳ​ຫຼວດສັງຄົມ​ວິທະຍາ ​ເພື່ອ​ຕີ​ລາຄາ ການ​ສັງ​ເກດ​ຂອງ​ປະຊາຊົນ ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຂອງ ​ເຜົ່າ​ຕົນ, ຕີ​ລາຄາ​ບົດບາດ, ຜົນ​ກະທົບ​ຂອງ​ພາຫະນະ​ສື່​ມວນ​ຊົນ​ທີ່​ມີ​ຕໍ່​ຊີວິດ​ວັດ​ທະນະ​ທຳ​ຂອງ​ບັນດາ​ເຜົ່າ, ຊອກ​ຫາ​ສາຍ​ກ່ຽວ​ພັນ, ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ການ​ດຳລົງ​ຊີວິດ, ​ແບບ​ແຜນການ​ດຳລົງ​ຊີວິດ ຂອງ​ພໍ່​ແມ່​ປະຊາຊົນ ກັບ​ການ​​ເຄື່ອນ​ໄຫວ ວັດທະນະທຳ ​ເພື່​ອຊອກ​ຫາ​ວິທີ​ການ​ແກ້​ໄຂ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ວ່າ: ​ແຂວງ ດ້ຽນບຽນ ​ຄວນ​ເພີ່ມ​ທະວີ​ວຽກ​ງານ​​ເຜີຍ​ແຜ່​ວັດທະນະທຳ ​ໃຫ້​ແກ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ ດ້ວຍ ທາງ ​ໂທລະ​ຄົມ, ​ໂທລະພາບ.​.​.​. ພ້ອມ​ກັນ​ນັ້ນ ກໍ່ຕ້ອງ​ລົງທຶນ​ພັດທະນາ​ຖັນ​ແຖວ ນັກ​ສີ​ລະ​ປິນ ຊາວ​ຂົນ​ເຜົ່າ​ສ່ວນ​ໜ້ອຍ ກໍ່ສ້າງ​ພະນັກງານ​ທີ່​ມີ​ລະດັບ​ສູງ​ໃນ​ຂົງ​ເຂດ ​ເຕັກ​​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ພ້ອມ​ທັງ​ມີ​ລະບອບ​ບຸລິມະສິດ ​ເພື່ອ​ເປັນ​ແກ່ນສານ​ໃນ​ຂະ​ບວນການ​ວັດທະນະທຳ​ຢູ່​ທ້ອງ​ຖີ່​ນ.

ຂ່າວ/ບົດ​ອື່ນ