ເພີ່ມທະວີບົດບາດຂອງກຳມະບານ ໃນວຽກການປົກປ້ອງຄົນງານໄປເຮັດວຽກຢູ່ຕ່າງປະເທດ
(ພາບປະກອບ)
(vovworld) - “ບົດບາດຂອງກຳມະບານ ໃນວຽກການປົກປ້ອງຄົນງານທີໄປເຮັດວຽກຢູ່ຕ່າງປະເທດ” ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍອົງການແຮງງານສາກົນ (ILO) ປະຈຳຫວຽດນາມ ສົມທົບກັບກຳມະບານຫວຽດນາມ ຈັດຕັ້ງໃນລະຫວ່າງວັນທີ 26 – 27/02 ຢູ່ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ຜູ້ຊ່ຽວຊານຂັ້ນສູງຂອງ ILO ພາກພື້ນອາຊີ - ປາຊີຝີກ, ທ່ານ Pong Sul Ahn ເນັ້ນໜັກວ່າ, ເລື່ອງຍົກສູງບົດບາດຂອງກຳມະບານໃນວຽກງານປົກປ້ອງຄົນງານທີ່ໄປເຮັດວຽກຢູ່ຕ່າງປະເທດຕ້ອງໄດ້ຮັບການສ້າງເປັນກົດໝາຍ. ໂຄງການຮ່ວມມືລະຫວ່າງກຳມະບານຫວຽດນາມ ແລະ ກຳມະບານບັນດາປະເທດທີ່ຮັບໃຊ້ຄົນງານຄວນໄດ້ຮັບການຍູ້ໄວ. ເພາະສະນັ້ນ, ILO ສະເໜີວ່າ ກຳມະບານຕ້ອງມີບົດບາດໃນວຽກງານປົກປ້ອງຄົນງານທີ່ໄປເຮັດວຽກຢູ່ຕ່າງປະເທດຢ່າງຕັ້ງໜ້າກວ່າອີກ, ໃນສະພາບທີ່ຫວຽດນາມ ພວມຍູ້ແຮງການສົ່ງອອກຄົນງານໃນໄລຍະຈະມາເຖິງ.
ຜູ້ຕາງໜ້າສະຫະພັນໃຫຍ່ແຮງງານຫວຽດນາມ ຢືນຢັນວ່າ, ກຳມະບານອາດສາມາດມີບົດບາດໃຫຍ່ກວ່າອີກໃນການຊ່ວຍເຫຼືອຄົນງານໄປເຮັດວຽກຢູ່ຕ່າງປະເທດ ຜ່ານຜ່າຄວາມຫຍຸ້ງຍາກເປັນພື້ນຖານກ່ອນທີ່ຈະໄປເຮັດວຽກ, ໃນວິວັດການເຮັດວຽກຢູ່ຕ່າງປະເທດກໍຄືພາຍຫຼັງໄປເຮັດວຽກກັບເມືອປະເທດ. ປະຈຸບັນມີຄົນງານຫວຽດນາມ ພວມເຮັດວຽກຢູ່ຕ່າງປະເທດຖືກຕ້ອງຕາມກົດໝາຍປະມານ 500.000 ຄົນຢູ່ 40 ປະເທດ ແລະ ເຂດແຄ້ວນ. ຄາດວ່າ, ຫວຽດນາມ ຈະຍູ້ແຮງການສົ່ງອອກຄົນງານໃນໄລຍະ 2013 – 2015 ດ້ວຍຄາດໝາຍ ແຕ່ລະປີນຳຄົນງານໄປເຮັດວຽກຢູ່ຕ່າງປະເທດຈຳນວນ 100.000 ຄົນ.