ຮ້ານວາງສະແດງສິນໃນນຳ້ຂອງ ຫວຽດນາມ
(ພາບ: TTXVN)
(vovworld) – ແຕ່ວັນທີ 26 – 28/4, ງານຕະຫຼາດນັດສິນໃນນຳ້ທົ່ວໂລກປະຈຳປີ 2016 ຖືກຈັດຕັ້ງຢູ່ສູນວາງສະແດງຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ. ນີ້ແມ່ນງານຕະຫຼາດນັດສະເພາະຂອງຂະແໜງສິນໃນນຳ້ທີ່ມີຂອບຂະໜາດໃຫຍ່ສຸດຢູ່ໃນໂລກດ້ວຍການເຂົ້າຮ່ວມຂອງລູກຄ້າ ແລະ ນັກສະໜອງນັບພັນຄົນທີ່ມາຈາກທະວີບຕ່າງໆ. ຫວຽດນາມ ມີວິສາຫະກິດ 24 ແຫ່ງເຂົ້າຮ່ວມງານຕະຫຼາດນັດ, ໃນນັ້ນມີວິສາຫະກິດຫຼາຍແຫ່ງຂຶ້ນກັບສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນຳ້ ຫວຽດນາມ (VASEF). ບັນດາວິສາຫະກິດໄດ້ແນະນຳບັນດາປະເພດສິນຄ້າທີ່ເປັນມູນເຊື້ອຂອງ ຫວຽດນາມ ຄື: ປາຈາ, ປາບາຊາ, ກຸ້ງ ແລະ ບາງຜະລິດຕະພັນສິນໃນນຳ້ອື່ນໆອີກ. ຈຸດໝາຍຂອງ ຫວຽດນາມ ເມື່ອເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ແມ່ນເພີ່ມທະວີປະລິມານການສົ່ງອອກສິນໃນນຳ້ເຂົ້າຕະຫຼາດເອີລົບ, ພິເສດ, ບັນດາຜະລິດຕະພັນມີມູນຄ່າເພີ່ມເຂົ້າບັນດາຮ້ານຊັບພະສິນຄ້າຕ່າງໆ.
ການສົ່ງອອກສິນໃນນຳ້ໃນ 3 ເດືອນຕົ້ນປີ 2016 ຂອງ ຫວຽດນາມ ບັນລຸ 1,4 ຕື້ USD, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ພ້ອມກັບ ອາເມລິກາ, ຍີ່ປຸ່ນ, ອີຢູ ແມ່ນຕະຫຼາດສິນໃນນຳ້ສຳຄັນທີ່ສຸດຂອງ ຫວຽດນາມ ດ້ວຍເລື່ອງຈຳໜ່າຍ 18% ປະລິມານສິນໃນນຳ້ສົ່ງອອກຂອງ ຫວຽດນາມ.