ເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ
ກອງປະຊຸມໂຄສະນາເພີ່ມທະວີສາຍພົວພັນ
ແບບພິເສດລະຫວ່າງລາວ - ຫວຽດນາມ
(ພາບ: vietnamplus.vn)
(vovworld) – ກອງປະຊຸມໂຄສະນາເພີ່ມທະວີສາຍພົວພັນແບບພິເສດລະຫວ່າງລາວ - ຫວຽດນາມ ດຳເນີນໃນວັນທີ 11/09 ຢູ່ແຂວງ ບໍລິຄຳໄຊ, ປະເທດລາວ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງການພົວພັນດ້ານການທູດລະຫວ່າງຫວຽດນາມ - ລາວ (05/09/1962 – 05/09/2014) ແລະ ບັນດາວັນບຸນໃຫຍ່ຂອງ 2 ປະເທດ, ຊ່ວຍໃຫ້ປະຊາຊົນເຂົ້າໃຈກວ່າອີກກ່ຽວກັບສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ເພື່ອພ້ອມກັນອອກແຮງປົກປັກຮັກສາ. ທີ່ກອງປະຊຸມ, ຝ່າຍລາວ ໄດ້ຂອບອົກຂອບໃຈຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນຂອງຫວຽດນາມ; ຍ້ອງຍໍບັນດາທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານດ້ານທະຫານຫວຽດນາມ ທີ່ໄດ້ຊ່ວຍເຫຼືອການປະຕິວັດລາວ; ຢືນຢັນການພົວພັນລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ພວມນັບມື້ນັບພັດທະນາ.
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ ຢືນຢັນວ່າ, ຍາມໃດພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍ່ເອົາໃຈໃສ່ຕິດຕາມບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະຊາຊົນລາວ ບັນລຸໄດ້ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ ຊາດ; ປາດຖະໜາວ່າ 2 ຝ່າຍຈະເພີ່ມທະວີການພົວພັນຮ່ວມມືຮອບດ້ານ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນຄົງ, ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນ 2 ປະເທດ.