ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ
(VOVWORLD) -ກອງປະຊຸມໃຫຍ່ ໄດ້ຍົກອອກແຜນການພັດທະນາຂອງຫວຽດນາມ ໃນໄລຍະ 5 ປີຕໍ່ໄປ ແລະ ບັນດາເປົ້າໝາຍໃນອະນາຄົດ ດ້ວຍການປະກອບຄຳຄິດຄຳເຫັນຂອງປະຊາຊົນໃນທົ່ວປະເທດ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ
(ພາບອີນເຕີແນັດ)
|
ຫາງສຽງວົງການນັກການເມືອງ, ນັກຮຽນຮູ້ອາເມລິກາ ຢູ່ນະຄອນ ນິວຢອກ (ອາເມລິກາ) ສະແດງຄວາມປາດຖະໜາວ່າ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະຍົກອອກບັນດາເປົ້າໝາຍ, ການກຳນົດທິດໃຫ້ແກ່ການພັດທະນາຂອງຫວຽດນາມ ໃນອະນາຄົດ.
ຜູ້ຕາງໜ້າຄະນະກຳມະການແລກປ່ຽນກ່ຽວກັບປະຊາທິປະໄຕ ແລະ ສັງຄົມນິຍົມ, ເຊິ່ງແມ່ນອົງການຈັດຕັ້ງຂອງບັນດານັກກອມມູນິດອາເມລິກາ, ໃຫ້ຂໍ້ສັງເກດວ່າ, ໂຄງການດຳເນີນງານຂອງຂອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແມ່ນເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງ ແລະ ສ້າງແຫຼ່ງບັນດານໃຈ ຍ້ອນກອງປະຊຸມໃຫຍ່ ໄດ້ຍົກອອກແຜນການພັດທະນາຂອງຫວຽດນາມ ໃນໄລຍະ 5 ປີຕໍ່ໄປ ແລະ ບັນດາເປົ້າໝາຍໃນອະນາຄົດ ດ້ວຍການປະກອບຄຳຄິດຄຳເຫັນຂອງປະຊາຊົນໃນທົ່ວປະເທດ.
ໃນຂະນະນັ້ນ, ທ່ານ Max Elbaum, ຜູ້ປະສານງານອົງການຈັດຕັ້ງ Organizing Upgrade, ເຊິ່ງແມ່ນເວທີປາໄສປອດກຳໄລ ໄດ້ແບ່ງປັນນ້ຳໃຈສາມັກຄີກັບພັກກອມມູນິດຫວຽດນາມ ແລະ ອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈົ່ງປະສົງຜົນສຳເລັດຢ່າງຈົບງາມ.