ເຢຍລະມັນ ຈະໜູນຊ່ວຍຫວຽດນາມ ໃນຂົງເຂດພະລັງງານ

ເຢຍລະມັນ ຈະໜູນຊ່ວຍຫວຽດນາມ ໃນຂົງເຂດພະລັງງານ - ảnh 1
ທ່ານ​ລັດຖະມົນຕີ Bui Quang Vinh ແລະ ທ່ານ ລັດຖະມົນຕີ Philipp Roesler
ພາບ: (tinnhanhviet.com)

(vovworld) -     ວັນ​ທີ18/9, ທ່ານ​ລັດຖະມົນຕີກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ Bui Quang Vinh ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫ່ງສາ​ທາລະນະ​ລັດສະຫະພັນ​ເຢຍລະ​ມັນ  Philipp Roesler ​ແລະ ພ້ອມ​ກັນ​ເຂົ້າ​ຮ່ວມ​ພິທີ​ໄຂ​ເວທີ​ປາ​ໄສສົນທະນາ​ຫວຽດນາມ - ​ເຢຍລະ​ມັນ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາຮ່ວມ​ມື​ສອງ​ຝ່າຍ 2 ສະບັບ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ໃນ 3 ຂົງ​ເຂດ​ເຊິ່ງລວມມີ; ພະລັງງານ, ພິ​ເສດ​ແມ່ນ​ພະລັງງານ​ຜະລິດ​ຄືນ​ໃໝ່, ​ເຕັກ​ໂນ​ໂລ​ຊີ ​ແລະ ສາທາລະນະ​ສຸກ. ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂ່າວ ພາຍຫຼັງ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ Bui Quang Vinh, ທ່ານ ລັດຖະມົນຕີ Philipp Roesler ​ໄດ້​ຢືນຢັນ​ວ່າ. “ສິ່ງ​ສຳຄັນ​ຍິ່ງ​ເຊິ່ງຂ້າ​ພະ​ເຈົ້າຈະ​ຖ່າຍ​ທອດ​ຢູ່​ເຢຍລະ​ມັນ ກ່ອນ​ທີ່​ກັບ​ເມືອງ​ປະ​ເທດ ​ແມ່ນຄວາມ​ຕັດສິນ​ໃຈ​ຂອງ​ຝ່າຍຫວຽດນາມ ປາດຖະໜາ​ຢາກ​ເພີ່ມ​ທະວີການ​ພົວພັນດ້ານ​ເສດຖະກິດ​ກັບ​ເຢຍລະ​ມັນ. ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ, ບັນດາ​ສິ່ງ​ທີ່​ນອນ​ໃນ​ຂອບ​ເຂດ​ສິດ​ອຳນາດຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ນັ້ນ ​ທ່ານ​ລັດຖະມົນຕີ Bui Quang Vinh ໄດ້​​ໃຫ້​ຄຳ​ຕອບ​ຢ່າງ​ວ່າງໄວ ​ແລະ ຮຽບຮ້ອຍ​ແລ້ວ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ນັ້ນ​ແມ່ນ​ສັນຍາ​ທີ່​ດີ​ສຳລັບ​ວົງ​ການ​ນັກທຸລະກິດ​ເຢຍລະ​ມັນ”. ທ່ານ​ລັດ​ຖະມົນຕີ Philipp Roesler ​ໃຫ້​ຮູ້​ວ່າ ຝ່າຍ​ເຢຍລະ​ມັນ​ເອົາ​ໃຈ​ໃສ່​ເຖິງ​ການ​ໜູນ​ຊ່ວຍ​ຫວຽດນາມ ​ໃນ 3 ຂົງ​ເຂດ​ດັ່ງກ່າວ. ທ່ານ​ກໍ​ໄດ້​ເນັ້ນ​ນັກ​ເຖິງ​ບັນຫາ​ຮ່ວມ​ມື​ດ້ານ​ພະລັງງານ​ທີ່ຜະລິດ​ຄືນ​ໃໝ່​ເປັນ​ພິ​ເສດ ​ແລະ ຝ່າຍ​ເຢຍລະ​ມັນ ​ໄດ້​ກຽມພ້ອມ​ການ​ມອບ​​​ໂອນ​ບົດຮຽນ​ໃນ​ຂົງ​ເຂດ​ນີ້​ໃຫ​້​ແກ່​ຝ່າຍ​ຫວຽດນາມ.

ສ່ວນ​ຝ່າຍ​ຫວຽດນາມ, ທ່ານ​ລັດຖະມົນຕີ Bui Quang Vinh ​ໄດ້​ເນັ້ນ​ໜັກ​ເຖິງ 3 ​ຂົງ​ເຂດ​ເຊິ່ງສອງ​ຝ່າຍ​ຫາ​ກໍ​ເຫັນ​ດີ​ຮ່ວມ​ມື ​ແມ່ນ​ຈຳ​ເປັນ​ໃຫ້​ແກ່​ຫວຽ​ດນາມ ​ໃນ​ວິວັດ​ການ​ສ້າງ​​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ຕາມ​ທິດ​ໝັ້ນຄົງ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ ​ແລະ ສະມັດ​ຕະພາບ​ການ​ອອກແຮງ​ງານ. ທ່ານ Bui Quang Vinh ​ໃຫ້​ຮູ້​ວ່າ.

“ປະ​ເທດ​ເຢຍລະ​ມັນ ​ແມ່ນ​ປະ​ເທດ​ອຸດສາຫະກຳ​ທີ່​ພັດທະນາ​ຢູ່​ເອີ​ລົບ, ມີ​ບັນດາ​ເຕັກ​ໂນ​ໂລ​ຊີ​ສຳຄັນ, ​ເຕັກ​ໂນ​ໂລ​ຊີ​ສະອາດ, ມີ​ບັນດາ​ບົດຮຽນ​ຄຸ້ມ​ຄອງ, ຊ່ວຍ​ໃຫ້​ຫວຽ​ດນາມ ມີ​ເງື່ອນ​ໄຂປົວ​​ແປງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຂອງ​ຕົນ​ຕາມ​ທິດ​ນັບ​ມື້​ນັບ​ທັນ​ສະ​ໄໝ, ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ, ​​ແທດ​ເໝາະກັບ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ. ປີ 2011, ສອງ​ປະ​ເທດ​ໄດ້​ຍົກ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ. ນັ້ນ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ”

ທີ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ສ້າງ​ຕັ້ງ​ໜ່ວຍປະຕິບັດ​ງານ​ກ່ຽວ​ກັບ​ໂຄງການ PPP ຢູ່​ຫວຽດນາມ, ​ໂຄງການ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ​ໃນ​ອະນາຄົດ. ທ່ານລັດຖະມົນຕີ Philipp Roesler ​ໃຫ້​ຮູ້​ວ່າ ສະຫະພາບ​ເອີ​ລົບ ຈະ​​ເລີ່​ມດຳ​ເນີນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ກັບ​ຫວຽດນາມ. ສິ່ງ​ດັ່ງກ່າ​ວ ​​ໄດ້ສະ​ແດງ​ໃຫ້​ເຫັນ ຝ່າຍ​ເຢຍລະ​ມັນ​ເວົ້າ​ສະ​ເພາະ ​ແລະ ສະຫະພາບ​ເອີ​ລົບ​ເວົ້າ​ລວມ ​ໄດ້​ຕີ​ລາຄາ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ຫວຽ​ດນາມ ​ໃນ​ອາ​ຊຽນ. ​ເຢຍລະ​ມັນ​ສະໜັບສະໜູນ​ເລື່ອງ EU ລົງ​ນາມ​ກັບ​ຫວຽດນາມ ກ່ອນ​ທີ່​ຈະລົງ​ນາມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ