ເຢຍລະມັນ ປະກາດ ບັນຊີລາຍຊື່ຄະນະ ລັດຖະບານອາຍຸການ 2013 – 2017

ເຢຍລະມັນ ປະກາດ ບັນຊີລາຍຊື່ຄະນະ ລັດຖະບານອາຍຸການ 2013 – 2017 - ảnh 1
(ພາບ: AFP)

(vovworld) - ຕອນ​ຄໍ່າ​ວັນ​ທີ 15/12, ພັກ​ສຳພັນ​ປະຊາທິປະ​ໄຕ/ສັງຄົມ​ສາສະໜາ​ເຢສູ (CDU/CSU) ​ແລະ ພັກ​ປະຊາທິປະ​ໄຕ​ສັງຄົມ (SPD) ຂອງ​ເຢຍລະ​ມັນ​ໄດ້​ປະກາດ​ພາກສ່ວນ​ຄະນະ​ລັດຖະບານ​ອາຍຸ​ການ 2013 – 2017 ຢ່າງ​ເປັນ​ທາງ​ການ, ດ້ວຍ​ການ​ປ່ຽນ​​ແປງ​ກ່ຽວ​ກັບ​ໂຄງ​ປະກອບ​ກະຊວງ​ຕ່າງໆ. ຄະນະ​ລັດຖະບານໃໝ່​ຈະ​ມີ 14 ກະຊວງ.

        ​ໃນ​ຄະນະ​ລັດຖະບານ​ໃໝ່, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຮັບຜິດຊອບ​ທັງ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ, ກະຊວງ​ເສດຖະກິດ​ຮັບຜິດຊອບ​ຂົງ​ເຂດ​ພະລັງງານ, ກະຊວງ​ຍຸຕິ​ທຳ​ຮັບຜິດຊອບ​ຂົງ​ເຂດ​ປົກ​ປ້ອງ​ຜູ້​ອຸປະ​​ໂພ​ກ ບໍລິ​ໂພ​ກ.

ຂ່າວ/ບົດ​ອື່ນ